spot_img
Homeຂ່າວການຮ່ວມມືພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາຄວາມເປັນໄປໄດ້ໂຄງການພັດທະນາລະບົບຖານຂໍ້ມູນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາຄວາມເປັນໄປໄດ້ໂຄງການພັດທະນາລະບົບຖານຂໍ້ມູນ

Published on

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາຄວາມເປັນໄປໄດ້ໂຄງການພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການວຽກງານສື່ມວນຊົນ ຂອງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ໄດ້ຈັດຂຶ້ນໃນວັນທີ 18 ສິງຫາ ຜ່ານມານີ້ ທີ່ໂຮງແຮມລາວພາຊ່າ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ໂດຍ ທ່ານ ໂພສີ ແກ້ວມະນີວົງ ຄະນະພັກ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວຕາງໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊັນໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ແລະ ຕາງໜ້າບໍລິສັດໂດຍ ຊິນນະກອນ ພົມມະສິດ ປະທານ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ, ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ໂຄງການດັ່ງກ່າວແມ່ນຈະໃຊ້ເວລາໃນການສຶກສາພາຍໃນໄລຍະ 12 ຊຶ່ງຈະໄດ້ລົງເລິກສຶກສາໂຄງການພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການວຽກງານສື່ມວນຊົນ, ທາງບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ແມ່ນຈະນຳເອົາປະສົບການ, ວິຊາການ-ເຕັກນິກທັງພາຍໃນ ແລະ ຕ່າງປະເທດ ທີ່ຈະນຳເຂົ້າມາພັດທະນາລະບົບຖານຂໍ້ມູນໃຫ້ເປັນລະບົບ, ໄດ້ມາດຕະຖານ, ມີຄວາມປອດໄພ ແລະ ຍືນຍົງ ແລະ ໃນດ້ານເຕັກໂນໂລຊີຖານຂໍ້ມູນນັ້ນແມ່ນທາງບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ຈະນຳໃຊ້ອຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝຈາກບໍລິສັດຊັ້ນນຳໃນການສຶກສາໂຄງການນີ້.

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນມີຄວາມມາດປາຖະໜາເພື່ອສົ່ງເສີມການພັດທະນາລະບົບຖານຂໍ້ມູນທັນສະໄຫມ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍວຽກງານພັດທະນາລະບົບຖານຂໍ້ມູນ ສໍາລັບການບໍລິການວຽກງານສື່ມວນຊົນໃນຂອບເຂດທົ່ວປະເທດ ກໍ່ແມ່ນໂຄງການໜຶ່ງທີ່ນອນຢູ່ໃນເປົ້າໝາຍຂອງກະຊວງ ເພື່ອເພີ່ມຄວາມສາມາດການຄຸ້ມຄອງວຽກງານສື່ມວນຊົນໃຫ້ມີຄວາມໂປ່ງໃສ, ທັນສະໄຫມ, ວ່ອງໄວ ແລະ ມີຄວາມຍືນຍົງ, ເພີ່ມຄວາມສະດວກໃຫຜູ້ປະກອບການໃນລະບົບປະຕູດຽວທີ່ສະດວກສະບາຍ ແລະ ເພີ່ມຊ່ອງທາງຂຸດຄົົ້ນການເກັບລາຍຮັບໃຫມ່ຂອງຂະແຫນງສື່ມວນຊົນ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...