spot_img
Homeຂ່າວຕ່າງປະເທດສານໄທຍົກຟ້ອງຄະດີ ການຍົກເລີກຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູລີ

ສານໄທຍົກຟ້ອງຄະດີ ການຍົກເລີກຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູລີ

Published on

ໃນວັນພຸດທີ 17 ສິງຫາ 2022 ສານຂັ້ນຕົ້ນ ໃນບາງກອກ ປະເທດໄທ  ໄດ້ຍົກຟ້ອງຄະດີ ທີ່ຈະຢຸດເຊົາການຊື້-ຂາຍໄຟຟ້າຈາກເຂື່ອນໄຟຟ້າໃນປະເທດລາວ ຍ້ອນຄວາມເປັນຫ່ວງກ່ຽວກັບ ສິ່ງແວດລ້ອມ ເຊິ່ງເຮັດໃຫ້ມີການຕໍ່ສູ້ທາງກົດໝາຍແກ່ຍາວ ມາເປັນ10 ປີ.

ອ້າງອີງຈາກ Bangkok Post ລາຍງານວ່າ: ຄະດີນີ້ນຳໂດຍປະຊາຊົນ 37 ຄົນ ຈາກ 8 ແຂວງໃນແຄມນ້ຳຂອງປະເທດໄທ ໂດຍເບື້ອງຕົ້ນໄດ້ພະຍາຍາມຍົກເລີກສັນຍາຊື້-ຂາຍໄຟຟ້າລະຫວ່າງ ການໄຟຟ້າແຫ່ງປະເທດໄທ ກັບເຂື່ອນໄຟຟ້າໃນ ແຂວງໄຊຍະບູລີ ປະເທດລາວ ເຊິ່ງພວກເຂົາໄດ້ຂັດແຍ່ງວ່າມັນສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດ.

ສານສູງສຸດໃນບາງກອກ ປະເທດໄທ ກ່າວວ່າ ຄະດີນີ້ໄດ້ເລີ່ມຕັ້ງແຕ່ປີ 2012 ແລະ ແຕ່ໄດ້ເສຍຄະດີທີ່ສານຂັ້ນຕົ້ນ ຍ້ອນບໍ່ມີມູນທາງກົດໝາຍ, ໂດຍສານໄດ້ກ່າວວ່າ ຂໍ້ຕົກລົງ ການຊື້-ຂາຍໄຟຟ້າ ບໍ່ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ໂຈດ ຫຼື ປະຊາຊົນ ໃນເຂດແຄມນ້ຳຂອງ.

ເຂື່ອນໄຊຍະບູລີ ຂະໜາດ 1,285 ເມກາວັດ ທີ່ສ້າງ ແລະ ດໍາເນີນງານ ໂດຍບໍລິສັດຍ່ອຍຂອງບໍລິສັດກໍ່ສ້າງ ຂອງໄທ CH Karnchang ເປັນເຂື່ອນໄຟຟ້ານໍ້າຕົກ ແຫ່ງທຳອິດ ໃນນໍ້າຂອງຕອນລຸ່ມໃນລາວ ແລະ ຂາຍພະລັງງານໄຟຟ້າ 95% ໃຫ້ແກ່ປະເທດໄທ.

ໃນປີ 2019 ປະຊາຊົນໃນບໍລິເວນແຄມຝັ່ງໄດ້ກ່າວວ່າ ພວກເຂົາໄດ້ຮັບຜົນກະທົບໃນທຸກໆປີ ໃນຊ່ວງທ້າຍຂອງລະດູຝົນ ເນື່ອງຈາກນ້ຳຂອງແຫ້ງແລ້ງ ແຕ່ເຂື່ອນໄຟຟ້າກໍບໍ່ປ່ອຍນ້ຳອອກມາ.

ພາບ ໃນເດືອນ ສິງຫາ 2019 ນ້ຳຂອງແຫ້ງແລ້ງໃນຊ່ວງທ້າຍຂອງລະດູຝົນ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...