spot_img
Homeຂ່າວຕ່າງປະເທດຜູ້ໂດຍສານເທິງລົດໄຟໜີຕາຍຈາກໄຟໄໝ້ທີ່ລາມມາໃກ້ລົດໄຟ

ຜູ້ໂດຍສານເທິງລົດໄຟໜີຕາຍຈາກໄຟໄໝ້ທີ່ລາມມາໃກ້ລົດໄຟ

Published on

ຜູ້ໂດຍສານລົດໄຟໃນແອັດສະປາຍ ພົບໄຟປ່າລາມເຂົ້າມາໃກ້ກັບຮາງລົດໄຟ ເຊິ່ງມີຜູ້ໂດຍສານຈຳນວນໜຶ່ງໜີຕາຍອອກມາ ເຮັດໃຫ້ມີຜູ້ໂດຍສານໄດ້ຮັບບາດເຈັບຍ້ອນໄຟໄໝ້ ຢ່າງໜ້ອຍ 10 ຄົນ.

ສຳນັກຂ່າວ ບີບີຊີ ລາຍງານວ່າ: ປະມານຕອນບ່າຍຂອງວັນທີ 16 ສິງຫາ ລົດໄຟຂະບວນໜຶ່ງໄດ້ປະເຊີນກັບເຫດໄຟໄໝ້ປ່າ ຈາກເຂດບາເລນເຊຍ ຂອງປະເທດແອັດສະປາຍ ໄດ້ລຸກລາມເຂົ້າມາໃກ້ກັບລົດໄຟ ຈົນເຮັດໃຫ້ຜູ້ໂດຍສານເທິງລົດໄຟພະຍາຍາມໜີລົງມາຈາກລົດໄຟ ເຊິ່ງມີຄົນໄດ້ຮັບບາດເຈັບຫຼາຍກວ່າ 10 ຄົນ ໃນນີ້ມີຜູ້ໄດ້ຮັບບາດເຈັບສາຫັດ 3 ຄົນ.

ພະນັກງານລົດໄຟ ໄດ້ໃຫ້ຜູ້ໂດຍສານທຸກຄົນໃຫ້ຢູ່ເທິງລົດໄຟ ແຕ່ກໍຍັງມີຜູ້ໂດຍສານຈຳນວນໜຶ່ງທີ່ຢ້ານຕື່ນທີ່ເຫັນໄຟໄໝ້ລາມມາຈົນໃກ້ຊິຮອດລົດໄຟ ຈຶ່ງພາກັນໜີລົງລົດໄຟ ເຊິ່ງບາງຄົນກໍທຸບແກ້ວແວ່ນເພື່ອໜີ ຈົນໄດ້ຮັບບາດເຈັບ ຍ້ອນຖືກໄຟໄໝ້ຕາມຮ່າງກາຍ ແລະ ມີຄົນໄດ້ຮັບບາດເຈັບສາຫັດ ຈົນຕ້ອງໄດ້ນຳຂຶ້ນຍົນແຮລີຄັອບເຕີ ເພື່ອນຳສົ່ງໂມງໝໍຢ່າງຮີບດ່ວນ, ແຕ່ຜູ້ໂດຍສານທີ່ຍັງຢູ່ເທິງລົດໄຟແມ່ນບໍ່ມີໃຜໄດ້ຮັບບາດເຈັບແຕ່ຢ່າງໃດ.

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...