spot_img
Homeຂ່າວພາຍ​ໃນຕ້ອນຮັບຜູ້ອຳນວຍການສູນການສຶກສາຕົວເມືອງມະຫາວິທະຍາໄລ ຊິຣິອຸດ ສະຫະພັນຣັດເຊຍ

ຕ້ອນຮັບຜູ້ອຳນວຍການສູນການສຶກສາຕົວເມືອງມະຫາວິທະຍາໄລ ຊິຣິອຸດ ສະຫະພັນຣັດເຊຍ

Published on

ວັນທີ 15 ສິງຫາ 2022 ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Andrey Andreyevich Litvinov, ຜູ້ອໍານວຍການສູນການສຶກສາຕົວເມືອງ, ມະຫາວິທະຍາໄລ ຊິຣິອຸດ ຈາກປະເທດຣັດເຊຍ ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກກະຊວງ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານຜູ້ອໍານວຍການສູນການສຶກສາຕົວເມືອງ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ແລະ ໄດ້ເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ຊຶ່ງທ່ານໄດ້ຕີລາສູງການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ສະຫະພັນ ຣັດເຊຍ.

ທ່ານ Andrey Andreyevich Litvinov ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບມະຫາວິທະຍາໄລ ຊີຣິອຸດ ຊຶ່ງມະຫາວິທະຍາໄລແມ່ນໄດ້ມີການສ້າງຊັບພະຍາກອນມະນຸດໃນຫຼາຍຂົງເຂດເປັນຕົ້ນແມ່ນ ຂົງເຂດວິທະຍາສາດ, ການສຶກສາ, ສ້າງຕົວເມືອງ ແລະ ຂົງເຂດວັດທະນະທຳ ໃນນັ້ນ, ມີຫຼາກຫຼາຍສູນການຮຽນຮູ້ເຊັ່ນ: ສູນສຶກສາຄົ້ນຄວ້າທາງດ້ານມັນສະໝອງມະນຸດ, ສູນຮຽນຮູ້ປັນຍາປະດິດ, ສູນຮຽນຮູ້ການສ້າງຕົວເມືອງອັດສະລິຍະ, ສູນພັນທຸກຳ ທີ່ມີຫ້ອງທົດລອງທີ່ທັນສະໄໝ ແລະ ອື່ນໆອີກ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຍິນດີທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງໄດ້ເຊື້ອເຊີນທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະໄປຢ້ຽມຢາມ ແລະ ຢ້ຽມຊົມຜົນງານຕາງໆຂອງມະຫາວິທະຍາໄລໃນອະນາຄົດ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຜູ້ອໍານວຍການສູນການສຶກສາຕົວເມືອງ ແລະ ສະແດງຄວາມຫວັງວ່າຈະໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກ ມະຫາວິທະຍາໄລ ຊິຣິອຸດ ໃນຂົງເຂດວຽກງານການພັດທະນາເຕັກໂນໂລຊີ ສປປ ລາວ ກໍຄືການພັດທະນາດ້ານຊັບພະຍາກອນມະນຸດ.

ຂໍ້ມູນຈາກ ພະແນກປະຊາສໍາພັນ, ຫ້ອງການກະຊວງ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...