spot_img
Homeຂ່າວພາຍ​ໃນດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ປະຕິບັດລາຍຮັບໄດ້ 290 ຕື້ກວ່າກີບ ໃນ 6 ເດືອນຕົ້ນປີ ​2022

ດ່ານ​ພາສີ​ສາກົນ​ບໍ່​ເຕ່ນ ປະຕິບັດລາຍຮັບໄດ້ 290 ຕື້ກວ່າກີບ ໃນ 6 ເດືອນຕົ້ນປີ ​2022

Published on

ດ່ານພາສີສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ດ້ວຍຄວາມຮັບຜູດຊອບສູງ 6 ເດືອນຕົ້ນປີ 2022 ​ບໍລິ​ມາດ​ການ​ສົ່ງ​ອອກສິນຄ້າຜ່ານດ່ານພາສີສາ ກົນບໍ່ເຕ່ນ ມີນໍ້າໜັກລວມ 748 ລ້ານກວ່າໂຕນ ມູນ​ຄ່າ 224 ລ້ານກວ່າ​ໂດ​ລາສະຫະລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325 ລ້ານກວ່າໂຕນ ມູນ​ຄ່າ 567 ລ້ານກວ່າໂດ​ລາສະຫະລັດ ພ້ອມນີ້ຍັງສາມາດຈັດເກັບລາຍຮັບໄດ້ 290 ກວ່າຕື້ກີບ ລື່ນແຜນການ 12,83%. ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕ່ນ ໃຫ້ສໍາພາດວັນທີ 10 ສິງຫາ 2022 ວ່າ: ​ດ່ານ​ພາສີ​ສາກົນ​ບໍ​ເຕ່ນ ປະກອບມີ 4 ກຸ່ມ​ວຽກ​ຫຼັກ ຄື: ກຸ່ມ​ວຽກບໍລິຫານ ​ແລະ ຄຸ້ມ​ຄອງ​ການ​ແຈ້ງ​ພາ ສີ ກຸ່ມ​ວຽກ​ຄຸ້ມ​ຄອງ​ພາຫະນະ ​ແລະ ຜູ້​ໂດຍສານ ກຸ່ມ​ວຽກກວດກາ ​ແລະ ຄຸ້ມ​ຄອງ​ສາງ​ສິນຄ້າ ແລະ ກຸ່ມ​ວຽກການອໍານວຍ​ຄວາມ​ສະດວກ​​ດ້ານ​ການ​ຄ້າ ​ແລະ ຫັນ​ເປັນ​ທັນ​ສະ​ໄໝ ໄລຍະຜ່ານມາໄດ້ສຸມໃສ່ປັບປຸງ ກົງຈັກການຈັດຕັ້ງ ແລະ ກົນໄກ ​ແບບ​ແຜນ ວິທີເຮັດວຽກ ປັບປຸງລະບົບການຄຸ້ມຄອງສາງສິນຄ້າ ແລະ ດ້ານການບໍລິການໃຫ້ມີຄວາມສະດວກວ່ອງ​ໄວ ​ເພື່ອຮັບປະກັນໄດ້ດ້ານກົດໝາຍ ແລະ ລະບຽບການໃຫ້ ມີຄວາມຮັດກຸມ ຈັດຕັ້ງປະຕິບັດບັນດານິຕິກຳຂອງກະຊວງການ​ເງິນ ຂອງກົມພາສີ ໂດຍສະເພາະຕິດພັນ ກັບວາລະແຫ່ງຊາດ ຄໍາສັ່ງນາຍົກລັດຖະມົນຕີ ເປັນຕົ້ນການຜັນຂະຫຍາຍຄຳສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼລາຍຮັບງົບປະມານແຫ່ງລັດ ນອກນີ້ຍັງໄດ້ກຳນົດແຜນວຽກຈຸດສຸມສໍາຄັນ ໂດຍສະເພາະແຜນດຳເນີນງານ ແລະ ຕົວຊີ້ວັດທີ່ດ່ານໄດ້ກຳນົດໄວ້ ເພື່ອເປັນບ່ອນອີງໃນການຈັດ ຕັ້ງປະຕິບັດໃນແຕ່ລະໄລຍະ ແລະ ສະຫຼຸບ ຖອດຖອນບົດຮຽນແຕ່ລະເດືອນ ງວດ ເພື່ອທົບທວນຄືນ ແລະ ກໍານົດ​ນະ​ໂຍ​ບາຍ ມາດຕະການ ວິທີການ ແລະ ກົນໄກໃນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ.

6 ​ເດືອນຕົ້ນ​ປີ 2022 ​ບໍລິ​ມາດການສົ່ງ​ອອກສິນຄ້າຜ່ານດ່ານພາສີສາກົນບໍເຕ່ນ ມີນໍ້າໜັກລວມ​ 748.097.712 ໂຕນ ມູນ​ຄ່າ 224.226.917 ​ໂດ​ລາສະຫະລັດ ​ບໍລິ​ມາດ​ການ​ນໍາ​ເຂົ້າ 325.177.706 ໂຕນ ມູນ​ຄ່າ 567.618.996 ໂດ​ລາສະຫະລັດ ເຊິ່ງສິນຄ້າ​ຂາ​ອອກສ່ວນ​ໄຫ​ຍ່​ ແມ່ນ​ສິນຄ້າ​ກະສິກໍາ​ ​ເກືອ​ກາລີ ຢາງພາລາ ​ແຮ່​ເຫຼັກ ​ແລະ ອື່ນໆ ສ່ວນສິນຄ້າ​ຂາ​ເຂົ້າ ມີ​ປະ​ເພດສິນຄ້າ​ຜ່ານ​ແດນ​ສາ​ກົນ ຈາກ ​ຈີນ​ ໄປ ​ໄທ ​ແລະ ຈາກ ​ໄທ ​ໄປ ຈີນ ​ເຊັ່ນ: ​ປະ​ເພດຜັກ ໜາ​ກ​ໄມ້​ສົດ ​ອາຫານ​ແຊ່​ແຂງ ​ແລະ ອື່ນໆ ດ່ານ ພາສີສາກົນບໍ່ເຕ່ນ ໄດ້​ນໍາ​ໃຊ້​​ເຄື່ອງມື​ທັນ​ສະ​ໄໝ​​ໃນ​ການ​ປະຕິ ບັດວຽກ​ງານ​ ເປັນຕົ້ນລະບົບ ASYCUDA ແລະ ລະບົບ SMART TAX ລະບົບ SCANNER ລະບົບ EASY PASS ລະບົບ Lao National SingleWindow ລະບົບເອເລກໂຕຮນິກ ບ53 ແລະ ລະບົບອື່ນໆອີກ ປີ 2022 ​ດ່ານ​ພາສີ​ສາກົນ​ບໍ່​ເຕ່ນໄດ້ຮັບຕົວເລກແຜນການປີ 515,5 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 77,79% ​ເທົ່າ​ກັບ 225,55 ຕື້ກີບ ສະເພາະ 6 ​ເດືອນ​ຕົ້ນປີ ຕົວເລກແຜນການ 257,75 ຕື້ກີບ ຜ່ານການປະຕິບັດຕົວຈິງໄດ້ 290,83 ຕື້ກວ່າກີບ ເທົ່າກັບ 56,42% ຂອງ​ແຜນການປີ ລື່ນ​ແຜນ 6 ​ເດືອນ 33,08 ຕື້ກວ່າກີບ ເທົ່າກັບ 12,83% ຄາດ​ຄະ​ເນ​ໝົດ​ປີ 2022 ໃຫ້​ໄດ້ຕາມ​ແຜນການ (515,5 ຕື້ກີບ) ຖ້າປະຕິບັດໄດ້ 530 ຕື້ກີບ ຈະເທົ່າກັບ 102,81% ຂອງ​ແຜນ ການປີ ​ລື່ນ​ແຜນການ ​2,81% ​ເທົ່າ​ກັບ 14,5 ຕື້ກີບ ທຽບໄລຍະດຽວກັນຂອງ 6 ​ເດືອນ​ຕົ້ນປີຂອງປີຜ່ານມາ ​ເພີ່ມ​ຂຶ້ນ 47,53% ​ເທົ່າ​ກັບ 93,69 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນແຕ່​ຕົ້ນ​ປີ 2021 ​ຮອດ 31 ກໍ ລະກົດ 2021 ປະຕິບັດໄດ້ 229,97 ຕື້ກວ່າກີບ ແຕ່​ຕົ້ນ​ປີ​ 2022 ຮອດ 31 ກໍລະກົດ 2022 ປະຕິບັດໄດ້ 353.943.301.800 ກີບ ​​ເພີ່ມ​ຂຶ້ນ 53,91% ເທົ່າກັບ 123,97 ຕື້ກວ່າກີບ ສໍາລັບການຈັດເກັບລາຍຮັບຈາກ​ທາງ​ລົດ​ໄຟ ແຜນການ 6 ​ເດືອນ​ຕົ້ນປີ 2022 ຈໍານວນ 97,75 ຕື້ກີບ ປະຕິບັດໄດ້ 34,58 ຕື້ກວ່າກີບ ເທົ່າກັບ 35,39% ຂອງ​ແຜນການ ສ່ວນແຜນການໝົດປີ 2022 ຈໍານວນ 195,5 ຕື້ກີບ ປະຕິ ບັດ​ແຕ່​ຕົ້ນ​ປີ ​ຮອດ 31 ກໍລະກົດ 2022 ໄດ້ 40,5 ຕື້ກວ່າ ເທົ່າກັບ 20,72% ຂອງ​ແຜນການປີ.

ສາເຫດທີ່ພາໃຫ້ການຈັດເກັບໄດ້ດີ ຍ້ອນໄດ້ຮັບການຊີ້ນຳຈາກກົມພາສີ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໂດຍສະເພາະພາສີປະຈຳແຂວງຫຼວງນໍ້າທາ ໄດ້ລົງໃກ້ຊິດຕິດແທດຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາ​ສະ​ເພາະ​ເປັນ​ປົກກະຕິ ດ່ານ​ພາສີ​ສາກົນ​ບໍ່​ເຕ່ນໄດ້ເນັ້ນໃສ່ບັນຫາ ຈັນຍາບັນ-ຈັນຍາທໍາ ຄວາມຮູ້-ຄວາມສາມາດໃນການຄຸ້ມຄອງວຽກງານ ແລະ ການຈັດເກັບລາຍຮັບ ແລະ ຖືເອົາ 10 ຂໍ້ຫ້າມຕາມ​ຂໍ​ຕົກລົງ​ຂອງ​ກະຊວງ​ການ​ເງິນ ສະບັບ​ເລກທີ 1124/ກງ ແລະ ວິໄນການ​ເງິນ ສະບັບເລກທີ 0388 ມາເຜີຍແຜ່ ແລະ ເຮັດສັນຍາປະຕິບັດຂໍ້ຫ້າມ ແລະ ວິໄນຂອງພະນັກງານພາ ສີໝົດທຸກຄົນຢູ່ດ່ານ ຈັດຕັ້ງປະຕິບັດການປະສານງານກັບຂະແໜງສ່ວຍສາອາກອນຕາມແຈ້ງການ ສະບັບ ເລກທີ 1626/ກງ ກ່ຽວກັບການຄຸ້ມຄອງສາງສິນຄ້າ ນໍ້າມັນເຊື້ອໄຟ ອາຍແກັສ ຖານລາຍບຮັບໃໝ່ຢູ່ສະ ຖານນີລົດໄຟ ລາວ-ຈີນ ເປັນຕົ້ນລາຍຮັບຈາກຄ່າທຳນຽມຕູ້ສິນຄ້າ ສິນຄ້າ ແລະ ເຄື່ອງຂອງຈຳນວນໜຶ່ງ ສິ່ງສໍາຄັນ ແມ່ນຍ້ອນຄວາມຕັດສິນໃຈສູງ ແລະ ສຸມໃສ່ການປັບປຸງປ່ຽນແປງດ້ານ ກົນໄກ ແບບແຜນ ວິ ທີເຮັດວຽກ ແລະ ຄວາມເປັນເຈົ້າການຂອງຫົວໜ້າ​ດ່ານ ຄະນະ​ດ່ານ ​ແລະ ພະນັກງານ​​ທັງ​ໝົດ ຈຶ່ງເຮັດໃຫ້ການປະຕິບັດວຽກງານໄລຍະຜ່ານມາໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ.

ແຫຼ່ງຂ່າວ: ວຽງຈັັນໃໝ່

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...