spot_img
Homeຂ່າວພາຍ​ໃນມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 07 ປີ 2022 ບັນລຸໄດ້ປະມານ...

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 07 ປີ 2022 ບັນລຸໄດ້ປະມານ 968 ລ້ານໂດລາສະຫະລັດ

Published on

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 07 ປີ 2022 ບັນລຸໄດ້ປະມານ 968 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 541 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 114 ລ້ານໂດລາສະຫາລັດ, ໃນນັ້ນບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ.

ສິນຄ້າສົ່ງອອກທັງໝົດ ສະເລ່ຍປະມານ 427 ລ້ານໂດລາສະຫະລັດ, ໃນນັ້ນສິນຄ້າສົ່ງອອກຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມີມູນຄ່າປະມານ 54 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ ປະມານ 44 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 34 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 34 ລ້ານໂດລາສະຫະລັດ, ຢາງພາລາ ປະມານ 29 ລ້ານໂດລາສະຫະລັດ, ແຮ່ເຫຼັກ ປະມານ 23 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 22 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ປະມານ 19 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 17 ລ້ານໂດລາສະຫະລັດ ແລະ ເກີບປະມານ 13 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າທັງໝົດ ສະເລ່ຍປະມານ 541 ລ້ານໂດລາສະຫະລັດ, ໃນນັ້ນສິນຄ້ານຳເຂົ້າຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ນ້ຳມັນກາຊວນ ມີມູນຄ່າປະມານ 79 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 56 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 35 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ປະມານ 34 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ປະມານ 22 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ປະມານ 22 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 21 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ ປະມານ 18 ລ້ານໂດລາສະຫະລັດ, ສາຍໄຟຟ້າ, ເຄເບີ້ລ ປະມານ 18 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 14 ລ້ານໂດລາສະຫະລັດ.

ບັນດາປະເທດ ທີ່ ສປປ ລາວ ສົ່ງອອກຫຼັກ 05 ອັນດັບ ໄດ້ແກ່: ຈີນ ມູນຄ່າປະມານ 162 ລ້ານໂດລາສະຫະລັດ, ຫວຽດນາມ 105 ລ້ານໂດລາສະຫະລັດ, ໄທ 47 ລ້ານໂດລາສະຫະລັດ, ອົດສະຕາລີ 30 ລ້ານໂດລາສະຫະລັດ ແລະ ສິງກະໂປ 13 ລ້ານໂດລາສະຫະລັດ.

ບັນດາປະເທດ ທີ່ ສປປ ລາວ ນໍາເຂົ້າຫຼັກ 05 ອັນດັບ ໄດ້ແກ່: ໄທ ມີມູນຄ່າປະມານ 264 ລ້ານໂດລາສະຫະລັດ, ຈີນ 142 ລ້ານໂດລາສະຫະລັດ, ຫວຽດນາມ 34 ລ້ານໂດລາສະຫະລັດ, ສ.ອາເມລິກາ 31 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 13 ລ້ານໂດລາສະຫະລັດ.

 

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...