ກວດກາພົບເຫັນ ຊື້-ຂາຍເຫຼັກເສດ ທີ່ມີການເຄື່ອນໄຫວກະທໍາຜິດຕໍ່ຂໍ້ກໍານົດ

0
1285

ໃນໄລຍະຜ່ານມາ, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກວດກາພົບເຫັນບັນດາຫົວຫນ່ວຍທຸລະກິດ ຮ້ານຊື້-ຂາຍເຫຼັກເສດ ທີ່ມີການເຄື່ອນໄຫວກະທໍາຜິດຕໍ່ຂໍ້ກໍານົດ, ລະບຽບກົດຫມາຍ, ແຈ້ງການ ແລະ ດໍາລັດຕ່າງໆ ທັງຫມົດ 35 ຄົນ ຍິງ 4 ຄົນ, ໃນນີ້ ໄດ້ສຶກສາອົບຮົມ 7 ຄ້າ, ມີ 7 ຄົນ ຍິງ 2 ຄົນ, ສົ່ງໃຫ້ ຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ດໍາເນີນຄະດີ 28 ຄົນ ຍິງ 2 ຄົນ. ນອກນີ້, ຍັງສາມາດຈັບຕົວຜູ້ເຄື່ອນໄຫວຊື້ຈັບຜິດກົດຫມາຍ ທັງຫມົດ 6 ຄົນ ແລະ ກໍາລັງດໍາເນີນການສືບສວນ-ສອບສວນ.

ພັທ ວິນິດສັກ ຄໍາຜອງວົງພາ ຮອງຫົວຫນ້າພະແນກສັນຕິບານ ກອງບັນຊາການ ປກສ ເມືອງໄຊທານີ ກ່າວວ່າ:
ເພື່ອຮັບປະກັນໃຫ້ບັນດາຫົວຫນ່ວຍທຸລະກິດ ຮ້ານຊື້-ຂາຍເຫຼັກເສດ ຢູ່ພາຍໃນປະຕິບັດຕາມລະບຽບກົດຫມາຍຂອງລັດ, ຂໍ້ກໍານົດ, ແຈ້ງການ, ຄໍາສັ່ງ, ດໍາລັດຕ່າງໆຂອງຂັ້ນ ເທິງວາງອອກ ແລະ ໃຫ້ຫົວຫນ່ວຍທຸລະກິດຮັບຊື້ເຫຼັກເສດ ເຂົ້າໃຈ ແລະ ປະຕິບັດຕາມ ລະບຽບຫຼັກການ ຂອງການດໍາເນີນທຸລະກິດຢູ່ ສປປ ລາວ, ພວກເຮົາຈຶ່ງລົງເຄື່ອນໄຫວ ຕິດຕາມ, ກວດກາ, ເກັບກໍາສະຖິຕິບັນດາຫົວຫນ່ວຍທຸລະກິດ ຮ້ານຊື້-ຂາຍເຫຼັກເສດ ທົ່ວເມືອງໄຊທານີ ໃນໄລຍະ 1 ປີຜ່ານມາ ໂດຍປະສານສົມທົບກັບ ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານ ເຫັນວ່າ ຫນ່ວຍງານວິຊາສະເພາະ ສາມາດເກັບກໍາບັນດາ ຮ້ານຊື້-ຂາຍເຫຼັກເສດທົ່ວເມືອງໄຊທານີ ໄດ້ທັງຫມົດ 72 ຮ້ານ, ໃນນີ້, ເປັນຮ້ານຂອງ ຄົນຫວຽດນາມ ຈໍານວນ 54 ຮານ ແລະ ເປັນຮ້ານຂອງຄົນລາວ 18 ຮ້ານ.

ໃນໄລຍະຜ່ານມາ, ຈາກການກວດກາ ພົບເຫັນຄົນຕ່າງປະເທດທີ່ມາອາໄສຢູ່ເຂດເມືອງ ໄຊທານີ ຍັງມີການປະກອບອາຊີບ ຫຼື ລະເມີດລະບຽບກົດຫມາຍ ດັ່ງນີ້:
ບັ້ມພາດສະປອດຫມົດກໍານົດ, ເຮັດວຽກບໍ່ຖືກສະຖານທີ່, ບໍ່ມີວີຊາ LA-Bad, ບໍ່ມີບັດ ອະນຸຍາດພັກເຊົາ, ບໍ່ມີບັດອະນຸຍາດເຮັດວຽກ, ບໍ່ມີໃບອະນຸຍາດດໍາເນີນທຸລະກິດ, ເຄື່ອນໄຫວຊື້-ຂາຍບໍ່ຖືກໂມງເວວາ ເຊັ່ນ: ຊື້-ຂາຍເວລາກາງຄືນ ແລະ ເຊົ່າສະຖານທີ່ບໍ່
ຖືກຕ້ອງ (ບໍ່ຖືກຕາມລະບຽບກົດຫມາຍລະບຸໄວ້); ຮາ້ຍແຮງໄປກວ່ານີ້, ຍັງມີການ ເຄື່ອນໄຫວກະທໍາຜິດກົດຫມາຍອາຍາ (ມາດຕາ 244) ຂອງປະມວນກົດຫມາຍອາຍາ ສະບັບປັບປຸງ ປີ 2017 ໃນສະຖານຊື້-ຂາຍຮຸ້ນຜິດກົດຫມາຍ ເຊິ່ງມີທັງຫມົດ 6 ກໍລະນີ
1. ໃນຊ່ວງເດືອນມິຖຸນາ 2022 2ດ້ດໍາເນີນຄະດີຕໍ່ າວ ເວqຈຽນ ອາຍຸ 31 ນີ້, ອາຊີບຂາຍ, ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານໄຊສົມບູນ ເມືອງໄຊທານີ, ຜູ້ກ່ຽວ ດ້ກະທໍາຜິດໃນຖານຊື້-ຂາຍຊັບຜິດກົດຫມາຍ ເຊັ່ນ ຊື້ກົງເຕີ້ນໍ້າປະປາທີ່ຄົນຮ້າຍວັກມາ.

2. ໃນຊ່ວງເດືອນພຶດສະພາ 2021 ດໍາເນີນຄະດີຕໍ່ ທ້າວ ຟາມດືກກ້ອກ ອາຍຸ 30 ປີ ເຈົ້າຂອງຮ້ານຊື້-ຂາຍເຫຼັກເສດ, ສັນຊາດຫວຽດນາມ, ພັກເຊົາຢູ່ດົງສ້າງຫີນ ເມືອງໄຊທານີ, ຜູ້ກ່ຽວໄດ້ກະທໍາຜິດໃນຖານຊື້-ຂາຍຊັບຜິດກົດຫມາຍ ໂດຍໄດ້ຊື້ສາຍ
ທີ່ຄົນຮ້າຍລັກມາແຕ່ບ່ອນກໍ່ສ້າງສະຖານີລົດໄຟ.

3. ໃນຊ່ວງເດືອນສິງຫາ 2021 ໄດ້ດໍາເນີນຄະດີຕໍ່ ນາງ ບຸດຕີບ່າວ ອາຍຸ 54 ປີ ເຈົ້າ ຂອງຮ້ານຮັບຊື້ເຫຼັກເສດ, ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານ ໂຄກສີວິໄລ ເມືອງໄຊທານີ, ຜູ້ກ່ຽວກະທໍາຜິດໃນຖານຊື້-ຂາຍຊັບຜິດກົດຫມາຍ ໂດຍໄດ້ຊື້ເຫຼັກທີ່ຄົນຮ້າຍ ລັກມາແຕ່ໂຮງງານຕັງຈະເລີນ.

4. ໃນຊ່ວງເດືອນສິງຫາ 2021 ໄດ້ດໍາເນີນຄະດີຕໍ່ ທ້າວ ລາຍວັນຫງຽນ ອາຍຸ 38 ປີ ເຈົ້າຂອງຮ້ານຊື້-ຂາຍເຫຼັກເສດ ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານໂຄກສີວິໄລ ເມືອງໄຊທານີ, ຜູ້ກ່ຽວໄດ້ກະທໍາຜິດໃນຖານຊື້-ຂາຍ ຊັບຜິດກົດຫມາຍ ເຊັ່ນ ຊື້ເຫຼັກທີ່ຄົນຮ້າຍລັກ ມາເເຕ່ໂຮງງານຕັງຈະເລີນ.

5. ໃນຊ່ວງເດືອນກັນຍາ 2021 ໄດ້ດໍາເນີນຄະດີຕໍ່ ທ້າວ ເພີນ ອາຍຸ 38 ປີ. ເຈົ້າຂອງ ຮ້ານຊື້-ຂາຍເຫຼັກເສດ ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານຫ້ວຍເກີບ ເມືອງໄຊທານີ, ຜູ້ກ່ຽວໄດ້ກະທໍາຜິດໃນຖານຊື້-ຂາຍຊັບຜິດກົດຫມາຍ ຄື: ຊື້ເຫຼັກທີ່ຄົນຮ້າຍລັກມາແຕ່ ບ້ານໂນນແສງຈັນ ເມືອງໄຊທານີ.

6. ໃນຊ່ວງເດືອນກັນຍາ 2021 ໂດໍາເນີນຄະດີຕໍ່ ທ້າວ ຫງຽນວັນຕັວນ ອາຍຸ 38 ປີ ເຈົ້າຂອງຮ້ານຊື້-ຂາຍເຫຼັກເສດ ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານຫນອງວຽງຄໍາ ເມືອງໄຊທານີ, ຜູ້ກ່ຽວໄດ້ກະທໍາຜິດໃນຖານຊື້-ຂາຍຊັບຜິດກົດຫມາຍ ໂດຍຜູ້ກ່ຽວໄດ້ຊື້ ເຫຼັກທີ່ຄົນຮ້າຍລັກມາ.