Homeຂ່າວພາຍ​ໃນຮອງ ລມຕ ກະຊວງ ປກສ ເນັ້ນກົມ 512 ສືບຕໍ່ພັດທະນາກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ

ຮອງ ລມຕ ກະຊວງ ປກສ ເນັ້ນກົມ 512 ສືບຕໍ່ພັດທະນາກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ

Published on

ໃນວັນທີ 9 ສິງຫາ ທີ່ຜ່ານມາ, ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຄົບຮອບ 20 ປີ, ໃນໂອກາດດັ່ງກ່າວ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວຫນ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຮຽກຮ້ອງໃຫ້ຄະນະພັກຄະນະກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( ກົມ 512 ) ເອົາໃສ່ສືບຕໍ່ພັດທະນາວຽກງານ ແລະ ກໍາລັງໃຫ້ນັບມື້ຂະຫຍາຍຕົວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນສູງ ເພື່ອຕອບສະຫນອງ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃຫມ່.

ທ່ານຮອງລັດຖະມົນຕີ ກະຊວງ ປກສ ກ່າວວ່າ: ເພື່ອເສີມຂະຫຍາຍທາດແທ້, ມູນເຊື້ອ ແລະ ເຮັດຫນ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ທັງສືບ ຕໍ່ພັດທະນາວຽກງານ ແລະ ກໍາລັງຄົ້ນ. ຄວ້າວິທະຍາສາດ ແລະ ປະຫວັດສາດໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆນັ້ນ ຮຽກຮ້ອງໃຫ້ ຄະນະພັກ-ຄະນະກົມຖືເປັນສໍາຄັນໃນການເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດຢ່າງແຂງແຮງ ແລະ ເລິກເຊິ່ງສາມາດປຸກລະດົມແນວຄິດ-ຈິດໃຈ ແລະ ສ້າງສະຕິໃຫ້ມີຄວາມຕື່ນຕົວທາງດ້ານການເມືອງສູງ, ປັບປຸງແບບແຜນວິທີຄົ້ນຄິດ, ວິທີການເຮັດ ວຽກທີ່ມີວິທະຍາສາດໃຫ້ທ່ວງທັນກັບສະພາບການໃຫມ່, ທັງຕ້ອງມີການຄົ້ນຄວ້າຄາດຄະເນ, ວິເຄາະ-ວິໄຈໃຫ້ຖືກຕ້ອງ ແລະ ກໍານົດບັນດາວຽກງານຈຸດສຸມທີ່ເປັນຍຸດທະ ສາດ ເພື່ອຈັດຕັ້ງ ປະຕິບັດໃຫ້ເປັນຮູບປະທໍາຕົວຈິງ; ປັບປຸງ-ກໍ່ສ້າງກໍາລັງໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາ ສະເພາະໃນລະດັບອັນແນ່ນອນ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງໃນຫນ້າທີ່ ວຽກງານ.

ໃນພິທີ, ພົຈວ ສະແຫວງ ພົມມະລີ ຫົວຫນ້າກົມ 512 ຍັງໄດ້ໄດ້ຍົກໃຫ້ເຫັນເຖິງປະຫວັດ ການກໍາເນີດ ແລະ ຄວາມເປັນມາຂອງກໍາລັງຄົ້ນຄວ້າວິທະ ຍາສາດ ແລະ ປະຫວັດສາດ ປກສ ແມ່ນຕິດພັນກັບມູນເຊື້ອອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍຄືມູນເຊື້ອ ແຫ່ງການນໍາພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກເຮົາໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງຄະນະພັກ ກະຊວງ ກໍຄື ຄະນະກພັກກົມໃນແຕ່ລະໄລຍະຜ່ານມາ,

ນັບແຕ່ມື້ສ້າງຕັ້ງຈົນມາຮອດປັດຈຸບັນ (ວັນທີ 9 ສິງຫາ 2009-9 ສິງຫາ 2022) ກອບການຈັດຕັ້ງ ແລະ ໄດ້ເຕີບໃຫຍ່ ຜ່ານຂະບວນທົດສອບ ແລະ ການເຄື່ອນໄຫວວຽກງານຕົວຈິງ, ທັງສາມາດກໍ່ສ້າງນາຍ ແລະ ພົນຕໍາຫຼວດ ກາຍເປັນການນໍາຫຼັກແຫຼ່ງຂອງກະຊວງ ແລະ ບັນດາກົມກອງ-ທ້ອງຖິ່ນໃນກໍາລັງປ້ອງກັນຄວາມ ສະຫງົບອີກດ້ວຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...