spot_img
Homeຂ່າວຄາດຕະກຳຫົດຫູ່! ແມ່ບີບຄໍລູກທີ່ຫາກະເກີດ

ຫົດຫູ່! ແມ່ບີບຄໍລູກທີ່ຫາກະເກີດ

Published on

ໃນຕົ້ນເດືອນກໍລະກົດ 2022 ຜ່ານມາ, ເຈົ້າຫນ້າທີ່ຕໍາຫຼວດ ປກສ ກຸ່ມບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນ້ໍາທາ ໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າ: ມີເດັກນ້ອຍເກີດໃຫມ່ຖືກຖິ້ມປະໄວ້ ຢູ່ສວນຢາງພາລາ ຈຶ່ງໄດ້ແຕ່ງຕັ້ງເຈົ້າຫນ້າທີ່ວິຊາສະເພາະ ສົມທົບ ກັບ ພາກສ່ວນທີ່ກ່ຽວຂ້ອງ ກວດກາສະຖານທີ່ເກີດເຫດ ພົບເຫັນເດັກນ້ອຍເກີດໃຫມ່ເປັນເພດຍິງນອນ ຫງາຍເສຍຊີວິດ. ຈາກນັ້ນ, ຈຶ່ງໄດ້ເກັບກໍາຂໍ້ມູນ ເພື່ອຊອກຫາແມ່ທີ່ນໍາເອົາລູກມາຖິ້ມໄວ້ເຂດດັ່ງກ່າວ ແລະ ຕໍ່ມາຈຶ່ງສາມາດຈັບຕົວ ນາງ ຈັນ ອາຍຸ 22 ປີ ຢູ່ບ້ານໄຫມ່ ເມືອງນ້ໍາບາກ ແຂວງຫຼວງພະບາງ ມາດໍາເນີນ ຄະດີ.

ຜ່ານການສອບສວນຂອງເຈົ້າຫນ້າທີ່ ນາງ ຈັນ ຮັບສາລະພາບ ວ່າ: ເດັກນ້ອຍທີ່ຫາກໍ່ເກີດໃຫມ່ ແມ່ນລູກຂອງຜູ້ກ່ຽວແທ້; ເຊິ່ງໄລຍະຜ່ານມາ, ຜູ້ກ່ຽວໄດ້ເຄື່ອນໄຫວເຮັດ ວຽກເປັນກໍາມະກອນຢູ່ໂຮງງານຕ່າງໆ ໃນເຂດນະຄອນຫຼວງວຽງຈັນ ແລະ ຕົກມາຮອດທ້າຍປີ 2001 ໄດ້ ມາເຮັດວຽກເປັນສາວບໍລິການຢູ່ຕາມຮ້ານກິນດື່ມ ເຂດບ້ານນາເຕີຍ. ໄລຍະດຽວກັນນັ້ນ, ກໍ່ໄດ້ຮັບແຂກ ແລະ ທຸກຄັ້ງທີ່ມີຄົນມາໃຊ້ບໍລິການ ແມ່ນໄດ້ປ້ອງກັນຕົນເອງຕະຫຼອດ.

ກ່ອນເກີດເຫດ ໃນຕອນກາງຄືນຂອງວັນທີ 8 ກໍລະກົດ 2022, ຜູ້ກ່ຽວໄດ້ຮັບແຂກ ແລະ ກິນດື່ມ ເຫຼົ້າ-ເບຍນໍາແຂກ ຈົນມາຮອດເວລາປະມານ 23:00 ໂມງ ຈຶ່ງໄດ້ປິດຮ້ານແລ້ວເຂົ້ານອນ; ແຕ່ໃນຂະນະນັ້ນ, ຜູ້ກ່ຽວຮູ້ສຶກເຈັບທ້ອງ ຈຶ່ງໄດ້ເຂົ້າຫ້ອງນໍ້າ ແລະ ປະກົດວ່າ ເຫັນລູກນ້ອຍອອກມາຈາກຊ່ອງຄອດເປັນ ເພດຍິງ.

ຜູ້ກ່ຽວຈຶ່ງຄິດວ່າ ບໍ່ມີໃຜຊິລ້ຽງຊ່ວຍ ແລະ ຮັບເປັນພໍ່ ເນື່ອງຈາກວ່າໄດ້ນອນນໍາຜູ້ຊາຍຫຼາຍຄົນ, ຈຶ່ງ ຕັດສິນໃຈໃຊ້ມືເບື້ອງຂວາບີບຄໍລູກນ້ອຍ ແລ້ວຈັບໂຍນຖິ້ມໄປໃນສວນຢາງພາລາ ເຂດຫຼັງຫ້ອງນ້ໍາ, ມື້ ຕໍ່ມາ, ຈຶ່ງມີພົນລະເມືອງດີເຂົ້າມາພົບເຫັນ ແລະ ໄດ້ແຈ້ງຕໍ່ເຈົ້າຫນ້າທີ່-ທີ່ກ່ຽວຂ້ອງ ພ້ອມທັງໄດ້ນໍາຕົວ ນາງ ຈັນ ມາດໍາເນີນຄະດີຕາມລະບຽບກົດຫມາຍ.

ເຈົ້າຫນ້າທີ່ ຍັງໃຫ້ຮູ້ຕື່ມວ່າ: ການກະທໍາຂອງນາງ ຈັນ ເປັນການກະທໍາທີ່ຜິດຕໍ່ປະມວນກົດຫມາຍອາຍາ (ປີ 2021) ມາຕາ 191 ການຄາດຕະກໍາ ຫຼື ການປະຖິ້ມລູກທີ່ຫາກໍເກີດ ເຊິ່ງລະບຸໄວ້ວ່າ: ແມ່ຜູ້ໃດຫາກໄດ້ຄາດຕະກໍາ ຫຼື ປະຖິ້ມລູກ ທີ່ຫາກໍເກີດຂອງຕົນ ໃຫ້ເສຍຊີວິດ ຈະດ້ວຍເຫດຜົນໃດກໍ່ຕາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 2 ຫາ 5 ປີ ແລະ ໃນກໍລະທີ່ຄາດຕະກໍາ ຫຼື ປະຖິ້ມລູກທີ່ຫາກໍເກີດຂອງຕົນ ໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 5 ຫາ 7 ປີ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)