spot_img
Homeຂ່າວພາຍ​ໃນໂຄງການ ECILL ເອກອ້າງມໍລະດົກທາງທໍາມະຊາດທີ່ໄດ້ຮັບການອະນຸລັກ ພາຍໃຕ້ການສະໜັບສະໜູນຈາກ EU, AFD ແລະ WCS

ໂຄງການ ECILL ເອກອ້າງມໍລະດົກທາງທໍາມະຊາດທີ່ໄດ້ຮັບການອະນຸລັກ ພາຍໃຕ້ການສະໜັບສະໜູນຈາກ EU, AFD ແລະ WCS

Published on

ແຂວງສະຫວັນນະເຂດ ວັນທີ 27-29 ກໍລະກົດ 2022 ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ (EU) ແລະ ອົງການພັດທະນາແຫ່ງປະເທດຝຣັ່ງ (AFD) ໄດ້ຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອປະເມີນໝາກຜົນທີ່ບັນລຸໄດ້ພາຍໃຕ້ໂຄງການ “ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (ECILL)”, ໂດຍໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ ອົງການ AFD.

 

 

 

 

ທ່ານ ນາງ Cecile Leroy, ຜູ້ຈັດການແຜນງານສີຂຽວຂອງ EU ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຄວາມຕັ້ງໃຈຢ່າງຕໍ່ເນື່ອງຕໍ່ໂຄງການ ມາຍັງທ່ານ ຄຳແສງ ສໍພາບມີໄຊ, ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ (PAFO), ກະຊວງກະສິກຳ ແລະ ປ່າໄມ້, ພ້ອມທັງຕາງໜ້າຄະນະກໍາມະການຈັດຕັ້ງປະຕິບັດໂຄງການ ສໍາລັບ ແຜນງານເຂດທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ລະຫວ່າງ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ແລະ ກະຊວງກະສິກໍາ ແລະ ປ່າໄມ້, ລວມທັງທີມງານໂຄງການທັງໝົດ.

ທ່ານ ນາງ Cecile Leroy ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວິທີການຄຸ້ມຄອງພູມີທັດແບບປະສົມປະສານ (ILM) ເຊິ່ງເປັນວິທີການທີ່ຈັດຕັ້ງປະຕິບັດໂດຍໂຄງການ ໂດຍກ່າວວ່າ “ມັນເປັນວິທີທີ່ດີ​ໃນ​ການ​ຄຸ້ມ​ຄອງ​ຄວາມ​ກົດ​ດັນຕ່າງໆ​ດ້ານ​ການ​ນຳ​ໃຊ້​ທີ່​ດິນ​ທີ່​ມີ​ການ​ແຂ່ງຂັນ ​ແລະ ຊ່ອງ​ຫວ່າງດ້ານ​ນະ​ໂຍບາຍທີ່ຍັງມີ​ຢູ່​​ຫຼາຍ​ປະ​ເທດ, ລວມທັງ ສປປ ລາວ.” ທ່ານ ນາງ Cecile Leroy ຍັງໄດ້ກ່າວຕື່ມວ່າ “ພາຍໃຕ້​ຫຼັກ​ການ ​ການມີສ່ວນ​ຮ່ວມ, ການ​ປະສານສົມທົບກັນ ແລະ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ຊຸມ​ຊົນ, ILM ສະໜອງ​ກອບ​ໃນ​ການ​ເຊື່ອມ​ໂຍງ​ ການຜະລິດ, ສະ​ຖາ​ບັນ ແລະ ນະ​ໂຍ​ບາຍຕ່າງໆ​ເຂົ້າກັບ​ບັນ​ດາ​ກິດ​ຈະ​ກຳການຄຸ້ມຄອງພູມີທັດ​ອື່ນໆ; ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ, ການສ້າງວຽກເຮັດງານທຳ ແລະ ກະສິກຳແບບຍືນຍົງ ແລະ ທົນທານ; ປະກອບສ່ວນເຂົ້າໃນການແກ້ໄຂ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ; ແລະ ຮັບປະກັນດ້ານຊີວະນາໆພັນ ແລະ ການອະນຸລັກລະບົບນິເວດທີ່ດິນ/ປ່າໄມ້, ການຟື້ນຟູ ແລະ ການນໍາໃຊ້ແບບຍືນຍົງ.”

 

ILM ມີຄວາມໝາຍສຳຄັນຕໍ່ຄວາມໝາຍໝັ້ນຂອງ ສະຫະພາບເອີຣົບ ຕໍ່ວາລະຫຼັງປີ 2020 ດ້ານຊີວະນາໆພັນ ແລະ ລະບົບສະບຽງອາຫານ ແລະ ຄຳໝັ້ນສັນຍາທີ່ມີຕໍ່ ສົນທິສັນຍາປາຣີ ແລະ ເປົ້າໝາຍການພັດທະນາແບບຍືນຍົງ. ວິທີການຂອງ ILM ຍັງເອື້ອອໍານວຍຄວາມສະດວກໃຫ້ແກ່ການຟື້ນຟູສີຂຽວທີ່ສອດຄ່ອງກັບ ຂໍ້ຕົກລົງສີຂຽວຂອງ ສະຫະພາບເອີຣົບ.

ທ່ານ ນາງ ມະໂນລີ ສີສະຫວັນ, ຮອງຜູ້ອໍານວຍການ ອົງການ WCS ປະຈໍາ ສປປ ລາວ ໄດ້ໃຫ້ຂໍ້ສັງເກດວ່າ ເຂດທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ (XCP RWC) ປະສົບກັບສິ່ງທ້າທາຍຫຼາຍດ້ານສໍາລັບການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ.

ພູມີທັດນີ້ແມ່ນຢູ່ນອກຂອບເຂດການຄຸ້ມຄອງຂອງລະບົບປ່າສະຫງວນແຫ່ງຊາດ (NPA) ຢ່າງສິ້ນເຊີງ ເຊິ່ງຈໍາເປັນຕ້ອງມີວິທີການຄຸ້ມຄອງທີ່ແຕກຕ່າງອອກໄປ. ດ້ວຍເຫດນີ້, ອົງການ WCS ຈຶ່ງໄດ້ໝູນໃຊ້ວິທີການທີ່ດີທີ່ເຄີຍປະຕິບັດມາ ໂດຍສະເພາະການມີສ່ວນຮ່ວມຂອງຊຸມຊົນທີ່ເພິ່ງພາອາໄສປ່າໄມ້ ແລະ ຊັບພະຍາກອນທໍາມະຊາດ ເພື່ອຮ່ວມກັນພັດທະນາກອບການວາງແຜນນໍາໃຊ້ທີ່ດິນ ແລະ ຊັບພະຍາກອນ ໂດຍປັບໃຫ້ເຂົ້າກັບຄວາມຕ້ອງການທີ່ເປັນເອກະລັກຂອງທີ່ດິນບໍລິເວນນໍ້າ ແລະ ການປ່ຽນແປງລະດັບນໍ້າຕາມລະດູການຂອງພູມີທັດນີ້.

ທ່ານ ນາງ Lisa Mengual, ພະນັກງານໂຄງການດ້ານກະສິກຳ ແລະ ຊີວະນາໆພັນຂອງອົງການ AFD, ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ສະຫະພາບເອີຣົບ ສຳລັບການສະໜັບສະໜູນບັນດາກິດຈະກໍາຕ່າງໆຢູ່ເຂດພື້ນທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ, ພ້ອມທັງການສະໜັບສະໜູນດ້ານການພັດທະນານະໂຍບາຍແຫ່ງຊາດເພື່ອຮັບປະກັນການປົກປັກຮັກສາພູມີທັດ ແລະ ຊີວະນາໆພັນທີ່ເປັນເອກະລັກສະເພາະນີ້ໃຫ້ດີຂຶ້ນ.

ໃນໂອກາດລົງຢ້ຽມຢາມຄັ້ັ້ງນີ້, ທ່ານ ຄຳແສງ ສໍພາບມີໄຊ ໄດ້ສະແດງຄວາມຂອບໃຈຕໍ່ຄະນະ ແລະ ໂຄງການ ECILL ທີ່ໄດ້ມອບລົດຈັກຈໍານວນໜຶ່ງ ໃຫ້ແກ່ PAFO ແຂວງສະຫວັນນະເຂດ ຊຶ່ງຈະຊ່ວຍໃຫ້ທີມງານຂອງ PAFO ສາມາດເຂົ້າຫາຊຸມຊົນທ້ອງຖິ່ນຢ່າງໃກ້ຊິດ ເພື່ອປຶກສາຫາລື, ປະສານງານ ແລະ ຕິດຕາມຢ່າງເປັນປົກກະຕິ.

ຢູ່ ສປປ ລາວ, ໂຄງການ ECILL ໄດ້ຖືກຈັດຕັ້ງປະຕິບັດໃນ 3 ພູມີທັດຄື: ອຸທິຍານແຫ່ງຊາດ ນໍ້າເອດ-ພູເລີຍ, ພູມີທັດປ່າສະຫງວນແຂວງບໍລິຄໍາໄຊ ແລະ ເຂດພື້ນທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ. ແຜນງານ “ພູມີທັດເພື່ອອະນາຄົດຂອງພວກເຮົາ” ທີ່ໄດ້ຮັບທຶນຈາກ ສະຫະພາບເອີຣົບ ແມ່ນໄດ້ສະໜັບສະໜູນ 22 ໂຄງການ ທີ່ມີຄວາມຄ້າຍຄືກັບ ການຄຸ້ມຄອງພູມີທັດແບບປະສົມປະສານ (ILM) ໃນ 19 ປະເທດ ແລະ 3 ອະນຸພາກພື້ນໃນເຂດ Global South, ອາຊີຕາເວັນອອກສຽງໃຕ້, ອາຟຣິກາ ແລະ ອາເມລິກາໃຕ້ ເພື່ອສ້າງຄວາມຮູ້ ແລະ ແບ່ງປັນແນວທາງການປະຕິບັດທີ່ດີທີ່ສຸດ ສໍາລັບການພັດທະນາແບບຍືນຍົງ.

 

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...