spot_img
Homeຂ່າວການຮ່ວມມືລັດຖະມົນຕີກະຊວງການເງິນ ສໍາເລັດການ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ລັດຖະມົນຕີກະຊວງການເງິນ ສໍາເລັດການ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

Published on

ໃນລະຫວ່າງວັນທີ 24-29 ກໍລະກົດ ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍບັນດາຫົວໜ້າກົມ ແລະ ພະນັກງານກະຊວງການເງິນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢ່າງເປັນທາງການ ທີ່ ສສ ຫວຽດນາມ ຕາມຄໍາເຊີນຂອງ ທ່ານ ໂຮດຶກເຝີກ ລັດຖະມົນຕີກະຊວງການເງິນແຫ່ງ ສສ ຫວຽດນາມ ເພື່ອສືບຕໍ່ປະຕິບັດພາລະກິດ ຕາມແຜນຍຸດທະສາດການຮ່ວມມື 5 ປີ (2021-2025) ແລະ ແຜນການຮ່ວມມືປີ 2022 ຂອງສອງກະຊວງການເງິນລາວ ແລະ ຫວຽດນາມ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ຄະນະຜູ້ແທນກະຊວງການເງິນ ແຫ່ງ ສປປ ລາວ ເພື່ອເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີມາຍາວນານ. ໃນປີນີ້, ເປັນປີພິເສດທີ່ສອງປະເທດໄດ້ ສະເຫລີມສະຫລອງ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ການຮ່ວມມືຂອງສອງກະຊວງການເງິນ ຄົບຮອບ 18 ປີ ເຊິ່ງໄລຍະຢ້ຽມຢາມ ສອງຝ່າຍ ກໍໄດ້ຈັດພິທີສະຫລອງຮ່ວມກັນ ດ້ວຍການແລກປ່ຽນມອບໃບຍ້ອງຍໍ ແລະ ປະດັບຫລຽນໄຊແຮງງານ ຂອງສອງພັກ-ສອງລັດ ໃຫ້ແກ່ພະນັກງານກະຊວງການເງິນ ແລະ ກົມກອງອ້ອມຂ້າງກະຊວງການເງິນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາເຂົ້າໃນການພັດທະນາ ຂົງເຂດການເງິນຕ່າງໆ.

ພ້ອມນັ້ນ, ກໍໄດ້ດໍາເນີນການພົບປະສອງ ລະຫວ່າງ ລັດຖະມົນຕີກະຊວງການເງິນຂອງສອງປະເທດ ໂດຍມີກົມວິຊາການເງິນທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອແລກປ່ຽນບົດ ຮຽນການຄຸ້ມຄອງການເງິນມະຫາພາກ ແລະ ການແກ້ໄຂບັນຫາຫຍຸ້ງຍາກທາງດ້ານການເງິນ-ງົບປະມານ.

ຈາກນັ້ນກໍເຮັດວຽກຖອດຖອນບົດຮຽນ ວິທີປະຕິບັດຕົວຈິງກັບວິຊາການ ເປັນຕົ້ນ ວຽກງານຂອງຂະແໜງຊັບສິນແຫ່ງລັດ, ການສ້າງນະໂຍບາຍຄຸ້ມຄອງເກັບລາຍຮັບຈາກຊັບສິນ, ການຂຸດຄົ້ນແຮ່ທາດ, ຊັບພະຍາກອນທໍາມະຊາດ, ການວິໄຈ, ກົນໄກການກໍານົດລາຄາ, ການແບ່ງຂັ້ນຄຸ້ມຄອງ ແລະ ການເກັບລາຍຮັບລວມສູນດ້ວຍລະບົບທັນສະໄໝ.

ໂອກາດດຽວກັນ, ຄະນະຜູ້ແທນກະຊວງການເງິນ ຍັງໄດ້ລົງຢ້ຽມຢາມນະຄອນຮາຍຟອງ ພົບປະກັບເຈົ້າຄອງ, ຮອງເຈົ້າ ແລະ ຂະແໜງການເງິນ ເພື່ອແລກປ່ຽນບົດຮຽນການປະຕິບັດວຽກງານຕົວຈິງຢູ່ຂັ້ນທ້ອງຖິ່ນ, ການແບ່ງຂັ້ນຄຸ້ມຄອງປະຕິບັດລາຍຮັບ-ລາຍຈ່າຍ, ການເກັບອາກອນພາຍໃນ, ການເກັບພາສີທີ່ດິນ, ຊັບສິນຂອງລັດ, ການແຈ້ງພາສີ-ອາກອນສົ່ງອອກ-ນໍາເຂົ້າຂອງດ່ານທ່າເຮືອຮາຍຟອງ, ການບໍລິການລະ ບົບສາງສິນຄ້າ, ການໃຫ້ບູລິມະສິດບໍລິສັດ ທີ່ໄດ້ຮັບມາດຕະຖານ ແລະ ການນໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການບໍລິການຂອງດ່ານພາສີ.
ຂ່າວ: ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...