Homeຂ່າວທ້ອງຖິ່ນຊ້າງປ່າທຳລາຍຜົນລະປູກ ປະຊາຊົນບ້ານນ້ຳໂທ່ມ ເມືອງຫີນເຫີບ!

ຊ້າງປ່າທຳລາຍຜົນລະປູກ ປະຊາຊົນບ້ານນ້ຳໂທ່ມ ເມືອງຫີນເຫີບ!

Published on

Image.aspx

ພື້ນທີ່ໄຮ່ຂອງປະຊາຊົນປະມານ 10 ເຮັກຕາ ຕາມເປີ້ນພູ ແລະ ໂນນພູ ຊຶ່ງບາງຈຸດເກັບກ່ຽວແລ້ວແຕ່ບໍ່ທັນໄດ້

ມ້ຽນມັດຜົນລະປູກ, ບາງຈຸດຍັງຢືນຕົ້ນລໍຖ້າການເກັບກ່ຽວພື້ນທີ່ເຫຼົ່ານີ້ງຽບສະຫງົບ ປາສະຈາກຜູ້ຄົນ ແລະ

ຖຽງໄຮ່ທີ່ເປັນບ່ອນນອນຂອງຊາວກະສິກອນ ກໍກາຍເປັນຖຽງຫວ່າງເປົ່າ ບໍ່ມີຜູ້ຄົນອາໄສຢູ່ ທັງໆທີ່ເປັນລະດູ

ເກັບກ່ຽວເອົາຜົນຜະລິດ, ແຕ່ປີນີ້ບໍ່ມີຄົນ ເພາະເຂົາເຈົ້າຢ້ານຊ້າງປ່າທຳລາຍ ຊຶ່ງເປັນການສ່ຽງຕໍ່ຊີວິດ ແລະ

ຊັບສິນ, ຊ້າງປ່າໄດ້ເຂົ້າທຳລາຍເຂົ້ານາເຂົ້າໄຮ່, ສວນ, ຖຽງໄຮ່ ແລະ ລົດໄຖນາຂອງປະຊາຊົນແຕ່ຕົ້ນເດືອນຕຸລາ

ທີ່ຜ່ານມາ ຊຶ່ງເປັນເຫດການທີ່ບໍ່ເຄີຍເກີດຂຶ້ນມາກ່ອນສຳລັບປະຊາຊົນບ້ານນ້ຳໂທ່ມ ເມືອງຫີນເຫີບ ແຂວງ

ວຽງຈັນ.
ປະຊາຊົນເລົ່າວ່າ: ຊ້າງຝູງນີ້ ມັກອອກມາຫາກິນຕາມ ທົ່ງໄຮ່, ສວນ ແລະ ທຳລາຍ ຜົນລະປູກ, ຖຽງໄຮ່ ແລະ

ອື່ນໆຂອງເຂົາເຈົ້າໃນເວລາ ກາງຄືນ ແລະ ຕອນກາງເວັນ ແມ່ນອາໄສຢູ່ໃນປ່າ, ແຕ່ກ່ອນ ບໍ່ເຄີຍມີຊ້າງເຂົ້າມາ

ໃກ້ເຂດ ຜະລິດຂອງຄົນ.
ພາລະກິດໄລ່ຊ້າງປ່າທີ່ ບ້ານນ້ຳໂທ່ມ ມີຂຶ້ນໃນວັນທີ 6 ພະຈິກທີ່ຜ່ານມາ ໂດຍເຈົ້າໜ້າທີ່ຂະແໜງຊັບພະຍາກອນ

ປ່າໄມ້ແຂວງວຽງຈັນ ສົມທົບກັບກຳລັງທະຫານ, ຕຳຫຼວດ, ອຳນາດການປົກຄອງເມືອງຫີນເຫີບ ແລະ ບ້ານນ້ຳ

ໂທ່ມ ຈຳນວນ 30 ກວ່າຄົນ ໄດ້ໃຊ້ຮູບການຈູດກະໂພກໄລ່ຊ້າງປ່າຕາມປ່າດົງໃກ້ກັບບໍລິເວນ ທົ່ງໄຮ່ ແລະ ສວນ

ຢາງພາລາຂອງປະຊາຊົນ ເພື່ອໃຫ້ຊ້າງເຂົ້າສູ່ປ່າເລິກ ແລະ ບໍ່ກັບມາທຳລາຍຜົນລະປູກຂອງປະຊາຊົນ.
ທ່ານ ອຸ່ນເຮືອນ ແກ້ວພົມມາ ຫົວໜ້າຂະແໜງຊັບພະຍາກອນປ່າໄມ້ ກ່າວຕໍ່ຜູ້ສື່ຂ່າວວ່າ: ຊ້າງປ່າທີ່ອອກມາ

ທຳລາຍຜົນລະປູກຂອງປະຊາຊົນຄັ້ງນີ້ມີຈຳນວນ 3 ໂຕ, ໃນນີ້ເປັນຊ້າງຜູ້ 1 ໂຕ ແລະ ຊ້າງແມ່ ລູກ 1 ຄູ່, ຊ້າງຈຳ

ນວນນີ້ໄດ້ເຂົ້າມາທຳລາຍຜົນລະປູກປະຊາຊົນ ແຕ່ວັນທີ 11 ຕຸລາເປັນຕົ້ນ ມາ, ເວລານັ້ນປະຊາຊົນບ້ານດັ່ງກ່າວ

ໄດ້ພ້ອມກັນໄປຂັບໄລ່ ແຕ່ບໍ່ສຳເລັດເພາະບໍ່ມີອຸປະກອນ ແລະ ຊ້າງໄດ້ສືບຕໍ່ທຳລາຍຜົນລະປູກ, ຖຽງໄຮ່ ແລະ ລົດ

ໄຖນາ 1 ຄັນເປ່ເພ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...