spot_img
Homeຂ່າວການຮ່ວມມື5 ເດືອນຕົ້ນປີ 2022 ມູນຄ່າການຄ້າລາວ-ການາດາ ບັນລຸ 15,5 ລ້ານໂດລາ

5 ເດືອນຕົ້ນປີ 2022 ມູນຄ່າການຄ້າລາວ-ການາດາ ບັນລຸ 15,5 ລ້ານໂດລາ

Published on

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບທ່ານ ນາງ ຊາລາເທເລີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມປະເທດການາດາ ປະຈຳ ສປປ ລາວ ເຂົ້າຢ້ຽມພົບປະເມື່ອວັນທີ 20 ກໍລະກົດ ທີ່ກະຊວງ ອຄ, ເນື່ອງໃນໂອກາດທີ່ທ່ານທູດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດປະຈຳລາວຄົນໃໝ່.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ແລະ ທ່ານທູດໄດ້ປຶກສາຫາລືດ້ານວຽກງານການຄ້າ, ການຊ່ວຍເຫຼືອ ແລະ ການຮ່ວມມືສອງຝ່າຍ.

ສຳລັບມູນຄ່າການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ການາດາ ໃນ 5 ເດືອນຕົ້ນປີ 2022 ສາມາດປະຕິບັດໄດ້ 15,5 ລ້ານໂດລາ, ໃນນັ້ນ, ມູນຄ່າການນໍາເຂົ້າປະຕິບັດໄດ້ 10,9 ລ້ານໂດລາ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 4,6 ລ້ານໂດລາ.

ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າຈາກການາດາ ໃນ 5 ເດືອນ ຕົ້ນປີ 2022 ປະກອບມີ: ເຍື້ອໄມ້ ແລະ ເສດເຈ້ຍ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…); ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ; ເຄື່ອງໃຊ້ທີ່ເຮັດດ້ວຍພລາຊະຕິກ ແລະ ສິນຄ້າອື່ນໆ; ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປການາດາໃນ 5 ເດືອນຕົ້ນປີ 2022 ປະກອບມີ: ເຄື່ອງນຸ່ງຫົ່ມ; ເຄມີ (ສານປະກອບອະນິນຊີ); ເກີບ; ເຄື່ອງຊຸບຫົວ (ໝວກ, ຜ້າຄຸມຫົວ); ໄຂ່ມຸກ, ແກ້ວປະເສີດ; ແຮ່ຄໍາເຂັ້ມຂຸ້ນ ແລະ ສິນຄ້າອື່ນໆ.

ດ້ານການລົງທຶນນັບແຕ່ປີ 2008 ຮອດປັດຈຸບັນ ການລົງທຶນຂອງ ການາດາ ໃນ ສປປ ລາວ (ສະເພາະໃນຂະແໜງກິດຈະການທົ່ວໄປ ບໍ່ກວມເອົາຂົງເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ມີຈໍານວນວິສາຫະກິດທັງໝົດ 62 ຫົວໜ່ວຍ ແລະ ມີມູນຄ່າການລົງທຶນທັງໝົດ 484,2 ຕື້ກີບ ຫຼື ປະມານ 60,5 ລ້ານໂດ, ຈັດເປັນອັນດັບທີ 15 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ. ຂະແໜງການທີ່ມີມູນຄ່າການລົງທຶນຫຼາຍສຸດປະກອບມີ ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ, ກະສິກຳ, ປ່າໄມ້ ແລະ ການປະມົງ, ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ ແລະ ຂະແໜງອຸດສາຫະກຳປຸງແຕ່ງ.

ບົດຄວາມຫຼ້າສຸດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...