ສະໜາມບິນໃນອັງກິດປິດລັນເວຍ້ອນຮ້ອນຈົນຢາງໝາກຕ໋ອຍລະລາຍ

0
2199

ສະໜາມບິນໃນກຸງລອນດອນ ສັ່ງຢຸດທ່ຽວບິນຊົ່ວຄາວ ຫຼັງຈາກສະພາບອາກາດທີ່ຮ້ອນຫຼາຍຈາກຄື້ນຄວາມຮ້ອນທີ່ຮຸນແຮງ ໄດ້ເຜົາພື້ນຜິວຢາງໝາກຕ໋ອຍຂອງລັນເວ ໄດ້ລະລາຍ.

ສະໜາມບິນລູຕັນ ໃນກຸງລອນດອນ ປະເທດອັງກິດ ຕ້ອງໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນຢ່າງຮຸນແຮງ ຫຼັງຈາກທີ່ພື້ນລັນເວ ທີ່ເຮັດຈາກຢາງໝາກຕ໋ອຍຈົນລະລາຍ ເຮັດໃຫ້ບໍ່ສາມາດນຳເອົາເຮືອບິນໂດຍສານບິນຂຶ້ນ ແລະ ລົງຈອດໄດ້.

ລ່າສຸດທາງສະໜາມບິນໄດ້ສົ່ງວິສະວະກອນລົງໄປກວດກາສະພາບລັນເວ ແລະ ກຳລັງລະດົມຄົນງານເພີ່ມເພື່ອແປງ ເຊິ່ງນອກຈາກຄວາມຮ້ອນທີ່ສົ່ງຜົນກະທົບໃຫ້ທາງລັນເວແລ້ວ ຍັງສົ່ງຜົນກະທົບຕໍ່ສຸຂະພາບປະຊາຊົນ ແລະ ເຮັດໃຫ້ຫຼາຍໂຮງຮຽນຕ້ອງປິດຊົ່ວຄາວ.

ອັງກິດເປັນຄັ້ງທຳອິດທີ່ປະເຊີນກັບຄວາມຮ້ອນຮຸນແຮງ ໂດຍສຳນັກອຸຕຸວິທະຍາໃນອັງກິດ ໄດ້ອອກປະກາດເຕືອນໄພລະດັບສີແດງ ຈາກສະພາບອາກາດທີ່ຮ້ອນຫຼາຍໃນວັນຈັນທີ 18 ກໍລະກົດ ຫາ ອັງຄານ ທີ 19 ກໍລະກົດ 2022 ໂດຍຄາດວ່າຈະມີອຸນຫະພູມສູງສຸດຮອດ 40 ອົງສາ.

ແຫຼ່ງຂ່າວຈາກ CNN