spot_img
Homeຂ່າວພາຍ​ໃນຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ

ຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ

Published on

ໃນວັນທີ 17 ກໍລະກົດ 2022 ນີ້, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ໃນໂອກາດທີ່ໄດ້ນຳພາຄະນະຜູ້ແທນ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງປິສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ທີ່ ນະຄອນຫລວງວຽງຈັນ.ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດຕ້ອນຮັບ ຄະນະຜູ້ແທນຂັ້ນສູງທີ່ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື 2 ວັນປະຫວັດສາດທີ່ມີຄວາມໝາຍສຳຄັນ:

ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ ນະຄອນ ຫລວງວຽງຈັນ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ທັງເປັນການນຳເອົາໄມຕີຈິດ ມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງ ພັກ-ລັດຖະບານຫວຽດນາມ ອ້າຍນ້ອງ ມາຍັງ ພັກ-ລັດຖະບານລາວ. ໃນໂອກາດດຽວກັນນີ້, ສະຫາຍນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ປະຊາຊົນຫວຽດນາມ ຍາດມາໄດ້ພາຍໃຕ້ການຊີ້ນຳ-ນໍາພາອັນປີຊາສາມາດ, ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ພາລະກິດປ່ຽນແປງໃໝ່ແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາ ປະເທດຊາດ ໃນປັດຈຸບັນ.

ພ້ອມດຽວກັນນີ້, ສອງຝ່າຍກໍໄດ້ຕີລາຄາສູງ ແລະ ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ບໍ່ວ່າຈະໃນຍຸກສະໄໝໃດ ກໍແມ່ນຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລິກ ຕະຫລອດມາ, ເຊິ່ງສະແດງອອກໃຫ້ເຫັນຄື ບັນດາການນຳໃນທຸກລະດັບ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິເຮັດໃຫ້ມີຄວາມໃກ້ຊິດ ສະໜິດສະໜົມ ແໜ້ນແຟ້ນກັນຫລາຍຂຶ້ນ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເຮັດໃຫ້ການພົວພັນຮ່ວມມືຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ.

ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ທີ່ໄດ້ຈັດຂຶ້ນທຸກໆ 5 ປີເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ກໍຄືວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ທີ່ເປັນກິດຈະກໍາພິເສດທີ່ສຸດ ທີ່ມີແຕ່ສອງປະເທດ ລາວ-ຫຽດນາມ ມອບໃຫ້ແກ່ກັນ ແລະ ບໍ່ມີປະເພນີແບບນີ້ຢູ່ແຫ່ງໃດໃນໂລກ, ເຊິ່ງນີ້ແມ່ນການສະແດງໃຫ້ສາກົນໄດ້ຮັບຮູ້ເຖິງຄວາມພິເສດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງຊາດ ລາວ-ຫວຽດ ນາມ. ພ້ອມນີ້, ກໍໄດ້ຕີລາຄາສູງຕໍ່ ສອງສະຫາຍນາຍົກລັດຖະມົນຕີ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນເຮັດວຽກຢ່າງໃກ້ຊິດ ດ້ວຍຄວາມຕັດສິນໃຈສູງທີ່ຈະຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ສູງເດັ່ນຂຶ້ນ ສົມຄູ່ກັບການຮ່ວມມືດ້ານການເມືອງ ທີ່ດີເລີດໃນປັດຈຸບັນ, ເອົາໃຈໃສ່ຊີ້ນຳບັນດາຂະແໜງ ການຢ່າງໃກ້ຊິດ ເພື່ອໃຫ້ຫລາຍໂຄງການ ສາມາດຈັດຕັ້ງປະຕິບັດໃຫ້ສຳເລັດໄດ້ໃນປີ 2022 ເພື່ອເປັນຂອງຂວັນໃຫ້ແກ່ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເປັນຕົ້ນແມ່ນ ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການໂຮງໝໍ ມິດຕະພາບ ແລະ ບັນດາໂຄງການອື່ນໆ.

ໃນຕອນທ້າຍ, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ຕະຫລອດມາໄລຍະຜ່ານມາ ແລະ ຂໍຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...