spot_img
Homeຂ່າວພາຍ​ໃນຫຼວງພະບາງ ກະກຽມຈັດງານແຂ່ງຂັນຊວ່ງເຮືອ

ຫຼວງພະບາງ ກະກຽມຈັດງານແຂ່ງຂັນຊວ່ງເຮືອ

Published on

ວັນທີ 14 ກໍລະກົດ 2022ນີ້ ອົງການປົກຄອງເມືອງນ້ຳບາກ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລື ກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດງານແຂ່ງຂັນເຮືອຊວ່ງ ປະຈຳປີ 2022 ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ.

ເພື່ອຮັບປະກັນເຮັດໃຫ້ ການຈັດງານບຸນແຂ່ງຂັນກິລາຊວ່ງເຮືອ ປະຈຳປີ ຂອງຊາວເມືອງນ້ຳບາກ ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ມ່ວນຊື່ນ ແລະ ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າ ທັງເປັນການດຶງດູດນັກທ່ອງທຽ່ວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທຽ່ວມາຊົມ.

ທ່ານ ວັນແພງ ອຸດທະວີສັກ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າເມືອງນ້ຳບາກ ວ່າດວ້ຍການແຕ່ງຕັ້ງຄະນະຊີ້ນຳ ແລະ ອານຸກຳມະການຮັບຜິດຊອບ ຈັດງານແຂ່ງຂັນຊວ່ງເຮືອປະຈຳປີ 2022 ເຊີ່ງໄດ້ແຕ່ງຕັ້ງຄະນະຊີ້ນຳລວມ 10 ທ່ານ ແລະ ມີ 8 ອານຸກຳມະການໃຫຍ່ດັ່ງນີ້: ອານຸກຳມະການເນື້ອໃນ, ອານຸກຳມະການຮັບຜິດຊອບເສດຖະກິດ-ປຸກລະດົມທືນ, ອານຸກຳມະການ ພິທີການ-ສະຖານທີ-ປະດັບປະດາ-ຕິດຕັ້ງໂທລະໂຄ່ງ-ປະຊາສຳພັນ, ອານຸກຳມະ ການຮັບແຂກ, ອານຸກຳມະການຮັກສາສຸຂະພາບ, ອານຸກຳມະການປ້ອງກັນຄວາມສະຫງົບ, ອານຸກຳມະການຮັບຜິດຊອບການແຂ່ງຂັນຊວ່ງເຮືອ, ອານຸກຳມະການຮັບຜິດຊອບລົງຕະຫຼາດນັດ ແລະ ຮັກສາສີ່ງແວດລ້ອມ; ກອງປະຊຸມໄດ້ມີການປະກອບຄຳຄິດເຫັນຈາກຫົວໜ້າອານຸກຳມະການ, ອົງການປົກຄອງບ້ານ ເພື່ອຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະອານຸກຳມະການ ເພື່ອໃຫ້ທວ່ງທັນກັບເວລາ ຄາດວ່າງານແຂ່ງຂັນຊ່ວງເຮືອປີນີ້ ຈະມີເຮືອເຂົ້າຮ່ວມແຂ່ງຂັນຊີງໄຊທັງໝົດ 10 ກວ່າລຳ; ງານດັ່ງກ່າວຈະໄດ້ຈັດຂື້ນໃນມື້ 15 ຄໍ່າເດືອນ 9 ເພັງ ກົງກັບວັນທີ 12 ສິງຫາ 2022 ທີ່ຈະມາເຖີງນີ້.

ຂ່າວ: ພອນສັກ ສິງດາລັກ(ນັກຂ່າວເມືອງນ້ຳບາກ)

ພາບ: ຄົນມັກທ່ຽວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...