spot_img
Homeຂ່າວພາຍ​ໃນປກສ ເມືອງໄຊເສດຖາ ຈັບກຸມແກ້ງລັກເຫຼັກທາງລົດໄຟໄດ້ 9 ຄົນ

ປກສ ເມືອງໄຊເສດຖາ ຈັບກຸມແກ້ງລັກເຫຼັກທາງລົດໄຟໄດ້ 9 ຄົນ

Published on

ເຈົ້າໜ້າທີ່ ໄດ້ຈັບກຸມແກ້ງລັກເຫຼັກລາງລົດໄຟ ໄດ້ແລ້ວ 9​ຄົນ.

ໃນເດືອນມິຖຸນາ 2022 ຜ່ານມາ, ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົມທົບກັບ ປກສ ກຸ່ມ VI ໄຮ່ຄຳ ແລະ ຕຳຫຼວດໜ່ວຍງານທາງລົດໄຟ ໄດ້ນຳກຳລັງວິຊາສະເພາະລົງແກ້ໄຂ ແລະ ມ້າງກຸ່ມແກ້ງລັກເຫຼັກລາງລົດໄຟ ໄປດຳເນີນຄະດີ ແລະ ໃນນັ້ນ ສາມາດຈັບຕົວພວກຖືກຫາໄດ້ 9 ຄົນຄື:

  1. ທ້າວ ຍັນ ອາຍຸ 22 ປີ
  2. ທ້າວ ບຸນມີ ຫຼື ແຫຼ້ ອາຍຸ 36 ປີ
  3. ທ້າວ ບຸນເຖິງ ຫຼື ນາຍ ອາຍຸ 40 ປີ
  4. ທ້າວ ບຸນທະວີ ຫຼື ແຂກ ອາຍຸ 31 ປີ
  5. ທ້າວ ທອງດຳ ຫຼື ດຳ ອາຍຸ 31 ປີ
  6. ທ້າວ ຝອດ ອາຍຸ 16 ປີ
  7. ທ້າວ ສົມຄິດ ຫຼື ຈີນ ອາຍຸ 31 ປີ
  8. ທ້າວ ແຈັກ ອາຍຸ 22 ປີ
  9. ທ້າວ ອາລີ ອາຍຸ 23 ປີ

ໃນນັ້ນ ຜູ້ກ່ຽວໄດ້ມີການເຄື່ອນໄຫວເສບຢາບ້າ ແລະ ໄດ້ຮ່ວມກັນເຄື່ອນໄຫວລັກຊັບປະເພດເຫຼັກລາງລົດໄຟ ແລ້ວໄປຂາຍຮ້ານຮັບຊື້-ຂາຍເຫຼັກ ເພື່ອນຳເງິນມາຊື້ຢາເສບຕິດ ແລະ ໃຊ້ຈ່າຍຟຸມເຟືອຍ.

ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ສາມາດເກັບກູ້ມາໄດ້ລວມມີ ເຫຼັກລາງລົດໄຟຈຳນວນ 14 ອັນ ແລະ ຝາປົກຄອງ 2 ອັນ, ແລະໄດ້ມີການສືບສວນ-ສອບສວນຮ້ານຮັບຊື້-ຂາຍເຫຼັກນັ້ນທີ່ບໍ່ມີເອກະສານດຳເນີນທຸລະກິດທີ່ຖືກຕ້ອງ ແລະ ດຳເນີນຄະດີຕາມກົດລະບຽບ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ເດີນທາງຢ້ຽມຢາມປະເທດບຣູໄນ ພ້ອມໄດ້ພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...