spot_img
Homeຂ່າວຕ່າງປະເທດກຳປູເຈຍຍົກເລີກກັກຕົວສຳລັບນັກທ່ອງທ່ຽວຕ່າງປະເທດທີ່ບໍ່ໄດ້ຮັບວັກຊີນ

ກຳປູເຈຍຍົກເລີກກັກຕົວສຳລັບນັກທ່ອງທ່ຽວຕ່າງປະເທດທີ່ບໍ່ໄດ້ຮັບວັກຊີນ

Published on

ກຳ​ປູ​ເຈຍ​ຈະ​ຍົກ​ເລີກ​ຂໍ້​ກຳ​ນົດ ໃນການ​ກັກ​ຕົວນັກ​ທ່ອງ​ທ່ຽວທີ່ເດີນທາງເຂົ້າມາໃນປະເທດ ໂດຍທີ່​ບໍ່​ໄດ້​ຮັບ​ວັກ​ຊີ​ນຄົບໂດສ ຫຼື ຍັງບໍ່​ໄດ້ສັກວັກຊີນ ແຕ່ຍັງຕ້ອງໄດ້ກວດພະຍາດດ້ວຍຊຸດກວດ ATK ເມື່ອເດີນທາງມາເຖິງ ເຊິ່ງເລີ່ມຕັ້ງແຕ່​ວັນ​ທີ 11 ກໍ​ລະ​ກົດ​ນີ້.

ໃນວັນທີ 8 ກໍລະກົດ ທີ່ຜ່ານມານີ້ ອ້າງອີງຈາກ ຊິນຫົວ ໄດ້ລາຍງານວ່າ:  ທ່ານ ແມມ ບຸນເຮັງ ລັດຖະມົນຕີກະຊວງສາທາລະນະສຸກຂອງກຳປູເຈຍ ລາຍງານການຍົກເລີກມາດຕະການກັກຕົວສຳລັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າປະເທດ ໂດຍທີ່ຍັງບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19 ຄົບໂດສ ຫຼື ຍັງບໍ່ທັນສັກວັກຊີນ, ແຕ່ຜູ້ທີ່ເດີນທາງເຂົ້າມາຕ້ອງຈະຕ້ອງໄດ້ກວດພະຍາດດ້ວຍຊຸດກວດ ATK ເມື່ອເດີນທາງມາເຖິງ ແລະ ຕ້ອງກັກຕົວເມື່ອຜົນກວດເປັນບວກ, ຖ້າຜູ້ທີ່ມີອາການຮຸນແຮງ ສາມາດເຂົ້າຮັບການຮັກສາທີ່ໂຮງໝໍໃນປະເທດກຳປູເຈຍໄດ້.

ຜູ້ທີ່ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19 ຄົບໂດສ ຫຼື ຍັງບໍ່ທັນສັກວັກຊີນ ຈະຕ້ອງຈ່າຍເງິນ 5 ໂດລາ ເພື່ອກວດພະຍາດດ້ວຍຊຸດກວດ ATK ເພື່ອກະຕຸ້ນນັກເດີນທາງຂາເຂົ້າ ໂດຍບໍ່ຕ້ອງເສຍຄ່າສັກວັກຊີນໃນທົ່ວປະເທດ.

 

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...