spot_img
Homeຂ່າວການພັດທະນາບາງໂຄງການກໍ່ສ້າງໃນຕົວເມືອງ ສົ່ງຜົນກະທົບຕໍ່ຊຸມຊົນ!

ບາງໂຄງການກໍ່ສ້າງໃນຕົວເມືອງ ສົ່ງຜົນກະທົບຕໍ່ຊຸມຊົນ!

Published on

dirty road

 

ຄືດັ່ງຮູ້ນຳກັນວ່າ ປັດຈຸບັນໃນຫລາຍຕົວເມືອງຂອງນະຄອນຫລວງວຽງຈັນ ໄດ້ມີໂຄງການກໍ່ສ້າງຕຶກອາຄານເກີດຂຶ້ນ

ຫລາຍ ເຊິ່ງຫລາຍໂຄງການເຫັນວ່າຜູ້ກໍ່ສ້າງມີຄວາມຮັບຜິດຊອບສູງ ໃນການເອົາໃຈໃສ່ນຳໃຊ້ກົນຈັກທັນສະໄໝ ແລະ

ມີມາດຕະການຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ແຕ່ປະກົດວ່າ ບາງໂຄງການແມ່ນຍັງສົ່ງຜົນກະ

ທົບຫລາຍດ້ານຕໍ່ສັງຄົມ ກໍຄືຊຸມຊົນອາໄສຢູ່ອ້ອມຂ້າງເຂດກໍ່ສ້າງ ຕົວຢ່າງ: ໂຄງການກໍ່ສ້າງເຂດເສດຖະກິດສະກາຍຊີ

ຕີ (Sky City )ເຊິ່ງແມ່ນການລົງທຶນຂອງຕ່າງປະເທດ ທີ່ຕັ້ງຢູ່ບ້ານໂພນສະອາດ ເມືອງໄຊເສດຖາ (ໃກ້ສີ່ແຍກໄຟແດງ

ໂພນສະອາດ), ໂດຍໂຄງການດັ່ງກ່າວ ໄດ້ມີການປັບປຸງຄອງລະບາຍນ້ຳ ຈາກເປັນຄອງເປີດມາເປັນຄອງປິດດ້ວຍການ

ເທເບຕົງກວມເອົາຄອງ ແລ້ວເອົາດິນມາຖົມເຮັດເປັນເສັ້ນທາງເຂົ້າເຂດກໍ່ສ້າງ, ເຊິ່ງເຫັນວ່າການນຳໃຊ້ເສັ້ນທາງດັ່ງ

ກ່າວສັນຈອນໄປມາຮ່ວມກັນລະຫວ່າງປະຊາຊົນອ້ອມຂ້າງ ແລະ ພາຫະນະຮັບໃຊ້ໂຄງການ ແມ່ນມີຄວາມສະດວກຂຶ້ນ

ຫລາຍກວ່າເກົ່າ, ແຕ່ກໍມີບັນຫາຢູ່ຄືວ່າ: ໄລຍະລະດູແລ້ງແມ່ນມີຝຸ່ນປິວໄຫງ່ຕາມທາງ ແລະ ເມື່ອຝົນຕົກກໍເປັນຕົມ

ເຮັດໃຫ້ດິນຕິດຕີນລົດແລ່ນເຂົ້າ-ອອກເສັ້ນທາງຮ່ອມດັ່ງກ່າວຕົກເຮ່ຍໃສ່ທາງໃຫຍ່ ອັນສ້າງຄວາມເປີະເປື້ອນໃຫ້ເສັ້ນ

ທາງເຂດໃກ້ຄຽງບໍ່ໜ້ອຍ ແລະ ອີກບັນຫາໜຶ່ງແມ່ນເມື່ອອາທິດຜ່ານມານີ້ ກໍເກີດມີຝົນຕົກ ແຮງເຮັດໃຫ້ນ້ຳໄຫລ່ລົງ

ສູ່ຄອງລະບາຍນ້ຳບໍ່ທັນ ແລະ ໄຫລເຂົ້າຖ້ວມເຮືອນປະຊາຊົນຫລາຍຄອບຄົວທີ່ຢູ່ພື້ນທີ່ຕ່ຳຢ່າງໄວວາ, ຫລັງຈາກນັ້ນປະ

ຊາຊົນທີ່ໄດ້ຮັບຜົນກະທົບຈຳນວນໜຶ່ງ ຈຶ່ງສະເໜີໃຫ້ຜູ້ຮັບຜິດຊອບໂຄງການຮີບຮ້ອນແກ້ໄຂສະເພາະໜ້າ ດ້ວຍການ

ເອົາລົດຈົກມາຂຸດຮ່ອງ ເພື່ອໃຫ້ນ້ຳທີ່ອັ່ງຂັງໄຫລລົງສູ່ຄອງເບຕົງທີ່ຖົ່ມໄດ້ທ່ວງທັນ.

 

ນີ້ເປັນພຽງຜົນກະທົບບາງດ້ານ ທີ່ເກີດຈາກການກໍ່ສ້າງຕຶກອາຄານໃນຕົວເມືອງ ແລະ ກໍຍັງເຫັນອີກຫລາຍໂຄງການ

ທີ່ຜູ້ຮັບເໝົາຖືເບົາການປະຕິບັດລະບຽບຫລັກການ ປ້ອງກັນບໍ່ໃຫ້ການກໍ່ສ້າງເກີດຜົນກະທົບຕໍ່ສະພາບແວດລ້ອມ

ແລະ ສັງຄົມ. ຄຽງຄູ່ກັນນັ້ນ, ພາກສ່ວນກ່ຽວຂ້ອງ ກໍຄວນເພີ່ມທະວີເອົາໃຈໃສ່ ໃນການລົງກວດກາບັນດາສະຖານທີ່ກໍ່

ສ້າງຕ່າງໆ, ເພື່ອຊຸກຍູ້ໃຫ້ເຈົ້າຂອງໂຄງການ ຖືສຳຄັນການຮັກສາສະພາບແວດລ້ອມໃນເຂດກໍ່ສ້າງໃຫ້ດີ ແລະ ຫລຸດ

ຜ່ອນຜົນກະທົບອື່ນໆທີ່ອາດຈະເກີດຂຶ້ນຕາມມາ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...