spot_img
Homeຂ່າວພາຍ​ໃນສະພາຮັບຮອງເອົາກົດໝາຍ ຈໍານວນ 9 ສະບັບ

ສະພາຮັບຮອງເອົາກົດໝາຍ ຈໍານວນ 9 ສະບັບ

Published on

ໃນ​ວັນ​ທີ 7 ກໍ​ລະ​ກົດ 2022 ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສຸມໃສ່ພິຈາລະນາ ແລະ ລົງຄະແນນສຽງ ຮັບຮອງເອົາກົດໝາຍ ຈຳນວນ 9 ສະບັບ ດ້ວຍການເຫັນດີເປັນສຽງສ່ວນຫຼາຍ. ໃນນີ້ ມີກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ ຊຶ່ງມີລາຍລະອຽດຄື:

  1. ກົດໝາຍວ່າດ້ວຍ ອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່)
  2. ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ (ປັບປຸງ)
  3. ກົດໝາຍວ່າດ້ວຍ ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ປັບປຸງ)
  4. ກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ (ປັບປຸງ)
  5. ກົດໝາຍວ່າດ້ວຍ ຊັບສິນຂອງລັດ (ປັບປຸງ)
  6. ກົດໝາຍວ່າດ້ວຍ ວິຈິດສິນ (ສ້າງໃໝ່)
  7. ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່)
  8. ກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ປັບປຸງ)
  9. ກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ສານປະຊາຊົນ (ປັບປຸງ)

ຈາກນັ້ນ, ບັນ​ດາ ສສຊ ກໍໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດ ໝາຍດັ່ງກ່າວຢ່າງກົງໄປກົງມາ ເພື່ອໃຫ້ອະນຸກຳມະການຮັບຜິດຊອບຮ່າງກົດໝາຍນຳໄປພິຈາລະນາປັບປຸງໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງກັບວຽກງານແຕ່ລະຂະແໜງການ.

ການພິຈາລະນາ ແລະ ລົງຄະແນນສຽງຮັບຮອງເອົາກົດໝາຍ 9 ສະບັບນີ້, ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ທີ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາ ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ເປັນລະບົບຄົບຊຸດ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ທີ່ເປັນການປະພຶດລະເມີດກົດໝາຍຢູ່ໃນສັງຄົມ ແລະ ແນວຄິດອິດສະຫຼະເສລີຕາມໃຈຊອບທີ່ຢູ່ເໜືອກົດໝາຍ ພ້ອມກັນນັ້ນ ກໍເປັນການຮັບປະກັນໃຫ້ແກ່ການສ້າງລັດ ປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວ ທັງເປັນການຮັບປະກັນໃຫ້ແກ່ການເຊື່ອມຈອດ ເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນ. ຈາກນັ້ນ, ປະທານກອງປະຊຸມໄດ້ສະຫຼຸບສັງລວມຄຳຊີ້ແຈງຂອງອະນຸກຳມະການຮັບຜິດຊອບຮ່າງກົດໝາຍ ແລະ ຄໍາຄິດເຫັນຂອງບັນດາ ສສຊ. ຈາກນັ້ນ, ປະທານໄດ້ສະເໜີໃຫ້ ບັນດາ ສສຊ ລົງຄະແນນສຽງຮັບຮອງເອົາກົດ ໝາຍ 9 ສະບັບດັ່ງກ່າວດ້ວຍສຽງສ່ວນຫຼາຍ. ຖ້າ​ຫາກກົດໝາຍເຫຼົ່ານີ້, ປະກາດໃຊ້ແມ່ນຈະເປັນບ່ອນອີງ​ທີ່ສໍາຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານແຕ່ລະຂົງເຂດທີ່ຕິດພັນກັບກົດໝາຍດັ່ງກ່າວໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ແລະ ມີປະສິດທິຜົນຫຼາຍຂຶ້ນ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...