spot_img
Homeຂ່າວຢາເສບຕິດຄຳມ່ວນຢຶດກັນຊາອັດແທ່ງໄດ້ຈຳນວນ 05 ເປົາ ລວມນໍ້າໜັກ 100 ກວ່າກິໂລກຼາມ

ຄຳມ່ວນຢຶດກັນຊາອັດແທ່ງໄດ້ຈຳນວນ 05 ເປົາ ລວມນໍ້າໜັກ 100 ກວ່າກິໂລກຼາມ

Published on

ໃນເວລາ 14:40 ໂມງຂອງວັນທີ 27 ມິຖຸນາ 2022 ຜ່ານມາ ທາງເຈົ້າໜ້າທີ່ຕຳຫຼວດກອງສືບສວນ-ສອບສວນ ຄະດີອຸບັດຕິເຫດພະແນກຕຳຫຼວດຈະລາຈອນ ປກສ ແຂວງຄຳມ່ວນໄດ້ຮັບແຈ້ງເຫດຈາກພົນລະເມືອງດີວ່າ: ມີອຸບັດຕິເຫດເກີດຂຶ້ນຢູ່ບໍລິເວນທາງສາມແຍກ ເຂດບ້ານລຳມະລາດ ເສັ້ນທາງເລກທີ 13 ໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ.

ຈາກນັ້ນທາງກອງຄະດີອຸບັດຕິເຫດຈຶ່ງໄດ້ຈັດກຳລັງຢ່າງຮີບດ່ວນ ລົງໄປສະຖານທີ່ເກີດເຫດດັ່ງກ່າວ ເຫັນວ່າມີອຸບັດຕິເຫດເກີດຂຶ້ນແທ້ ລົດຕູ້ຕຳລົດຈັກ ພາໃຫ້ມີຄົນເສຍຊີວິດຄາທີ່ ຈຳນວນ 01 ຄົນ, ພາຫະນະເປ້ເພພໍສົມຄວນ. ຈາກນັ້ນທາງເຈົ້າໜ້າທີ່ຕຳ ຫຼວດກອງຄະດີອຸບັດຕິເຫດ ຈິ່ງໄດ້ນຳຕົວຜູ້ຂັບຂີ່ລົດຕູ້ໝາຍເລກທະບຽນ ກບ 5912 ກຳແພງນະຄອນ ພ້ອມພາຫະນະມາທຳການສືບສວນ-ສອບສວນ.

ຫຼັງຈາກນັ້ນ ທາງເຈົ້າໜ້າທີ່ຕຳຫຼວດກອງສຶບສວນ-ສອບສວນ ຄະດີອຸບັດຕິເຫດພະແນກຕຳຫຼວດຈະລາຈອນ ປກສ ແຂວງແມ່ນໄດ້ມີການສົງໃສລົດຕູ້ຄັນດັ່ງກ່າວ ຈຶ່ງເຂົ້າກວດຄົ້ນແລ້ວພົບເຫັນຂອງກາງປະເພດ ຄັນຊາອັດແທ່ງຈຳ ນວນ 05 ເປົາເທົ່າກັບ 101 Kg ທີ່ຊຸກເຊື່ອງໄວ້ທີ່ລຸ່ມເບາະນັ່ງຂອງລົດ.

ຜ່ານການສືບສວນ-ສອບສວນ ຜູ້ຖືກຫາແມ່ນໄດ້ຮັບສາລະພາບວ່າ: ຜູ້ກ່ຽວຊື່ ທ້າວ ເຄນໝັ້ນ ສີປະເສີດ ອາຍຸ 27 ປີ, ເປັນປະຊາຊົນບ້ານໂພນແພງ ເມືອງຄຳເກີດ ແຂວງບໍລິຄຳໄຊ ພ້ອມກັນນັ້ນຜູ້ກ່ຽວແມ່ນຍັງໄດ້ຮັບສາລະພາບຕື່ມອີກວ່າ ຢາເສບຕິດປະເພດຄັນຊາອັດແທ່ງ ຈຳນວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້.

ປະຈຸບັນທາງເຈົ້າໜ້າທີ່ຕຳຫຼວດກອງສຶບສວນ-ສອບສວນ ຄະດີອຸບັດຕິເຫດ ແມ່ນໄດ້ມອບສຳນວນ-ສຳເນົາ ຜູ້ຖືກຫາ ແລະ ເຄື່ອງຂອງກາງ ໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ສືບຕໍ່ດຳເນີນຄະດີຕາມລະ ບຽບກົດໝາຍ.

ຂໍ້ມູນ: MediaLAOS

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...