spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອປ່ອຍນ້ຳອອກຈາກເຂື່ອນ ເຮັດໃຫ້ນ້ຳຖ້ວມເກົາຫຼີໃຕ້

ເກົາຫຼີເໜືອປ່ອຍນ້ຳອອກຈາກເຂື່ອນ ເຮັດໃຫ້ນ້ຳຖ້ວມເກົາຫຼີໃຕ້

Published on

ເກົາຫຼີໃຕ້ເດືອດຮ້ອນ ຫຼັງຈາກເກົາຫຼີເໜືອປ່ອຍນ້ຳຢູ່ເຂື່ອນອີກແລ້ວ ເຮັດໃຫ້ລະດັບນ້ຳໃນນ້ຳອິມຈິນ ສູງກວ່າແມັດ ຈົນນ້ຳຖ້ວມ ໄດ້ເລັ່ງອົບພະຍົບປະຊາຊົນອອກ.

ໃນວັນທີ 6 ກໍລະກົດ, ອ້າງອີງຈາກ ຊີເອັນເອັນ ລາຍງານວ່າ: ເຈົ້າໜ້າທີ່ກະຊວງທຳມະຊາດຂອງເກົາຫຼີໃຕ້ ໄດ້ເປີດເຜີຍວ່າ ເກົາຫຼີເໜືອອາດຈະປ່ອຍນ້ຳອອກຈາກເຂື່ອນຮັວງກັງ ໃກ້ກັບຊາຍແດນລະຫວ່າງເກົາຫຼີເໜືອ ແລະ ໃຕ້, ຈົນເປັນເຫດໃຫ້ແມ່ນ້ຳອິມຈິນ ເຊິ່ງແບ່ງເກົາຫຼີເໜືອ ແລະ ໃຕ້ ມີລະດັບສູງຂຶ້ນເຖິງ 1 ແມັດໃນຕອນສວຍວັນຈັນ ທີ 4 ກໍລະກົດ ທີ່ຜ່ານມາ.

ຂະນະທີ່ເຈົ້າໜ້າທີ່ເກົາຫຼີໃຕ້ ແຈ້ງເຕືອນໃຫ້ປະຊາຊົນທີ່ຢູ່ອາໄສແຄມນ້ຳອິມຈິນໃຫ້ຟ້າວອົບພະຍົບອອກ ແລະ ແຈ້ງໃຫ້ຜູ້ທີ່ຢູ່ເຂດໃກ້ຄຽງ ຍ້າຍຂຶ້ນໄປບ່ອນສູງເພື່ອຄວາມປອດໄພ.

ກ່ອນໜ້ານີ້ ໃນປີ 2021 ເກົາຫຼີເໜືອ ໄດ້ປ່ອຍນ້ຳອອກຈາກເຂື່ອນຮັວງກັງ ໂດຍບໍ່ແຈ້ງເກົາຫຼີໃຕ້ລ່ວງໜ້າ ຈົນເຮັດໃຫ້ນ້ຳຖ້ວມ ແລະ ມີຄົນເສຍຊີວິດ 6 ຄົນ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...