spot_img
Homeຂ່າວນໍ້າຖ້ວມເກີດເຫດນ້ຳຖ້ວມຄັ້ງໃຫຍ່ ໃນບັງກາລາເທດ

ເກີດເຫດນ້ຳຖ້ວມຄັ້ງໃຫຍ່ ໃນບັງກາລາເທດ

Published on

ອີງຕາມສຳນັກ​ຂ່າວ ​ຊິນ​ຮວາ ລາຍງານໃນວັນ​ທີ 4 ​ກໍລະກົດ​ທີ່ຜ່ານມາ ​ເກີດ​ນ້ຳ​ຖ້ວມຄັ້ງ​ໃຫຍ່​ຢູ່ ບັງ​ກະລາ​ເທດ ​ເຮັດ​ໃຫ້​ມີ​ຜູ້​​ເສຍຊີວິດ 102 ຄົນ ​ກວມ​ເອົາ 27 ​ເຂດຈາກ 64 ​ເຂດທີ່​ໄດ້​ຮັບ​ ຜົນ​ກະທົບ​ຈາກ​ນ້ຳ​ຖ້ວມຕັ້ງ​ແຕ່​ ກາງ​ເດືອນ​ພຶດສະພາ ຈົນ​ຮອດ ​ວັນ​ທີ 28 ​ມິຖຸນາ ​ທີ່​ຜ່ານ​ມາ ​ໂດຍ​ຜູ້​ເຄາະ​ຮ້າຍສ່ວນ​ໃຫຍ່​ເສຍ​ຊີວິດ ​ຈາກ​ການ​ຈົມ​ນ້ຳ, ງູ​ກັດ ​ແລະ ຟ້າຜ່າ ​ໃນ​ພື້ນ​ທີ່​ປະສົບ​ໄພ.

ໃນປັດຈຸບັນ ໜ່ວຍ​ງານ ​ໃນ​ບັງ​ກລາ​ເທດ ຍັງ​ຄົງ​ຜະ​ເຊີນ​ກັບ​ອຸປະສັກ ​ໃນ​ການຈັດ​ສົ່ງສະບຽງ,​ ອາຫານ, ​ເຂົ້າສູ່​ຫລາຍ​ເຂດ ທາງ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ແລະ ພາກ​ເໜືອ ​ເນື່ອງ​ຈາກຖະໜົນ​ ຫຼາຍສາຍ​ ຈົມ​ຢູ່​ໃຕ້​ນ້ຳທີ່​ເກີດ​ຈາກ​ຝົນຕົກ​ໜັກ ​ແລະ ​ນ້ຳ​ໄຫລ​ແຮງ​ ຈາກ​​ເນີນພູ.

ນອກຈາກ​ນີ້ ຍັງ​ເຮັດ​ໃຫ້ ​ເຮືອນ​ປະຊາຊົນ ​ແລະ ພື້ນ​ທີ່​ຜະລິດ​ກະສິກຳ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຢ່າງ​ໜັກ. ຂະນະ​ນີ້ທັງ​ໜ່ວຍ​ງານ​ ພາກ​ລັດ ​ແລະ ​ເອກະ​ຊົນເລັ່ງ​ໃຫ້ການ​ຊ່ວຍ​ເຫລືອ​ ຜູ້​ປະສົບ​ໄພພິບັດ​ ທາງ​ທຳ​ມະ​ຊາດ​ໃນ​ຄັ້ງນີ້.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...