Homeຂ່າວພາຍ​ໃນລັດຖະບານນິວຊີແລນ ແລະ ລັດຖະບານໄອແລນມອບພາຫະນະ ແລະ ອຸປະກອນກວດກູ້ລະເບີດບໍ່ທັນແຕກ

ລັດຖະບານນິວຊີແລນ ແລະ ລັດຖະບານໄອແລນມອບພາຫະນະ ແລະ ອຸປະກອນກວດກູ້ລະເບີດບໍ່ທັນແຕກ

Published on

ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຮັບ ພາຫະນະ ແລະ ອຸປະກອນຮັບໃຊ້ ຈາກ ລັດຖະບານນິວຊີແລນ ແລະ ລັດຖະບານໄອແລນ ເພື່ອນຳໃຊ້ເຂົ້າໃນວຽກງານກວດກູ້ລະເບີດບໍ່ທັນແຕກ.

ໃນວັນທີ 29 ມິຖຸນາ 2022ນີ້ ພິທີມອບ-ຮັບ ພາຫະນະ ແລະ ອຸປະກອນ ຈາກ ສອງລັດຖະບານ ນິວຊີແລນ ແລະ ລັດຖະບານໄອແລນ ທີ່ຫ້ອງການໃຫຍ່ ໂຄງການເກັບກູ້ລະເບີດແຫ່ງຊາດ, ນະຄອນຫຼວງວຽງຈັນ. ຕາງໜ້າ ສອງລັດຖະບານ ກ່າວມອບໂດຍ ທ່ານນາງ ແຄັດທຣີນ ເຟືອງ, ຮອງຜູ້ຕາງ ໜ້າອົງການສະຫະປະຊາຊາດເພື່ອການພັດ ທະນາປະຈໍາ ສປປ ລາວ ແລະ ຕາງ ໜ້າ ລັດຖະບານແຫ່ງ ສປປ ລາວ, ຕາງໜ້າອົງການສາກົນ , ພ້ອມດ້ວຍແຂກຖືກເຊີນ ແລະ ວິຊາການໂຄງການເກັບກູ້ລະເບີດແຫ່ງຊາດ ເຂົ້າຮວ່ມ.

ໃນນັ້ນປະກອບມີ: ລົດພາກສະໜາມຈໍານວນ 2 ຄັນ, ລົດຕູ້ 15 ບ່ອນນັ່ງ ຈຳນວນ 1 ຄັນ, ເຄື່ອງກວດລະເບີດຈໍານວນ 58 ເຄື່ອງ, ອຸປະກອນຈັດກອງປະຊຸມທາງໄກ ຈຳນວນ 4 ຊຸດ , ອຸບປະກອນໄອທີ ແລະ ອຸປະກອນອື່ນໆອີກຈໍານວນໜຶ່ງ ເພື່ອສະໜັບສະໜູນ ເຂົ້າໃນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ, ລວມມູນຄ່າການຊ່ວຍ ເຫຼືອທັງໝົດເປັນເງິນ ຈໍານວນ 440,000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນວຽກ ງານການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກຕົກຄ້າງ ຢູ່ ສປປ ລາວ.

ໃນພິທີດັ່ງກ່າວ, ທ່ານນາງ ແຄັດທຣິນ ເຟືອງ ໃນນາມຕາງໜ້າທັງ ສອງລັດຖະບານນິວຊີແລນ ແລະ ລັດຖະບານໄອ ແລນ ໄດ້ມີຄຳເຫັນບາງຕອນວ່າ “ອົງການ ສປຊ ຍັງມຸ່ງໝັ້ນທີ່ຈະສະໜັບສະໜູນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ. ຄຽງຄູ່ກັນນັ້ນ, ຍັງຈະໄດ້ຈັດຕັ້ງປະຕິບັດໂຄງການກ່ຽວກັບວຽກງານເກັບກູ້ລະເບີດບໍ່ທັນແຕກໃນອີກ 5 ປີຕໍ່ໜ້າ. ຈະສືບຕໍ່ໃຫ້ການສະໜັບສະໜູນ ເພື່ອໃຫ້ລັດຖະບານລາວ ບັນລຸເປົ້າໝາຍການພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ໂດຍສະເພາະແມ່ນເປົ້າໝາຍການພັດທະນາແບບຍືນຍົງທີ 18”.

ໂອກາດດຽວກັນນີ້, ທ່ານ ລີປາວ ຢ່າງ ກະຊວງແຮງານ ແລະ ສະຫວັດດີການສັງຄົມ ຍັງໄດ້ກ່າວສະແດງຄວາມຂອບໃຈ ລັດຖະບານນິວຊີແລນ ແລະ ລັດຖະບານໄອ ທີ່ໄດ້ໃຫ້ການຊ່ວຍເຫຼືອວຽກງານຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ໃຫ້ປອດໄພຈາກລະເບີດບໍ່ທັນແຕກ. ພ້ອມດຽວກັນນີ້, ກໍ່ຍັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍຍຸດທະສາດກໍຄື ການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ທີ 18 (SDG 18) ວ່າດ້ວຍ‘’ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ”. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ ພາຫະນະ ແລະ ອຸບປະກອນຕ່າງໆ ເຂົ້າໃນວຽກງານສຳຫຼວດ ແລະ ກວດກູ້ລະເບີດທີ່ບໍ່ທັນແຕ່ກຕົກຄ້າງ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ.

ແຫຼ່ງຂ່າວຈາກ Lao national Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...