Homeຂ່າວຕ່າງປະເທດປະທານາທິບໍດີຂອງຈີນ ໄດ້ມາຢ້ຽມຢາມຮົງກົງ

ປະທານາທິບໍດີຂອງຈີນ ໄດ້ມາຢ້ຽມຢາມຮົງກົງ

Published on

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຂອງຈີນ ໄດ້ມາຢ້ຽມຢາມຮົງກົງ.

ວັນທີ 30 ມິຖຸນາ 2022 ຈາກການລາຍງານຂອງ ຊີເອັນເອ ສື່ປະເທດຈີນ ໄດ້ລາຍງານວ່າ:  ປະທານາທິບໍດີ ສີ ຈິ້ນຜິງ ເພື່ອມາສະເຫຼີມສະຫຼອງໂອກາດຄົບຮອບ 25 ປີ ທີ່ອັງກິດມອບເກາະຮົງກົງຄືນສູ່ປະເທດຈີນ ຫຼັງຈາກທີ່ປະເທດໄດ້ປິດຍ້ອນການແຜ່ລະບາດຂອງໂຄວິດ-19.

ລັດຖະບານຮົງກົງໄດ້ຮັກສາຄວາມປອດໄພສູງສຸດ ໂດຍມີການປິກບາງເຂດໃນເມືອງຄື ສະຖານີປາຍທາງຂອງລົດໄຟຄວາມໄວສູງ ແລະ ອຸດທະຍານວິທະນາສາດ ແລະ ເທັກໂນໂລຢີຮົງກົງ, ຂະນະທີ່ນັກຂ່າວຈຳນວນຫຼາຍບໍ່ໄດ້ຮັບອານຸຍາດໃຫ້ເຂົ້າໄປໃນສະຖານທີ່ຈັດກິດຈະກຳໃນວັນສຸກທີ່ຈະມານີ້, ທີ່ເປັນການຈັດສະແດງກ່ຽວກັບອຳນາດຂອງພັກຄອມມູນິດຈີນທີ່ເຂົ້າມາຄວບຄຸມຮົງກົງ.

ຂະນະດຽວກັນ ທາງການກໍອອກກົດລະບຽບໂດຍສັ່ງໃຫ້ຫ້າມສື່ຂ່າວຫຼາຍຄົນໃນຮົງກົງ ແລະ ຕ່າງປະເທດເຂົ້າຮ່ວມເຮັດຂ່າວ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...