spot_img
Homeຂ່າວພາຍ​ໃນປະທານປະເທດ ລົງຢ້ຽມຢາມເຂດຂົນສົ່ງໂລຈິສຕິກທ່າບົກ-ທ່ານາແລ້ງ

ປະທານປະເທດ ລົງຢ້ຽມຢາມເຂດຂົນສົ່ງໂລຈິສຕິກທ່າບົກ-ທ່ານາແລ້ງ

Published on

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະຢ້ຽມຢາມເຂດຂົນສົ່ງໂລຈິສຕິກທ່າບົກ-ທ່ານາແລ້ງ ຕອນເຊົ້າວັນທີ 29 ມິຖຸນາ 2022 ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມເຂດການຂົນສົ່ງທ່າບົກ-ທ່ານາເເລ້ງ ໂລຈິດສຕິກພາກ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີຄະນະພັກ-ຄະນະນໍາຈາກອົງການປົກຄອງນະນຄອນຫລວງວຽງຈັນ, ຄະນະນໍາ ເເລະພັກນັກງານທີ່ເຮັດວຽກຢູ່ພາຍໃນເຂດການຂົນສົ່ງທ່າບົກ-ທ່ານາ ເເລ້ວ ໂລຈິດສຕິກພາກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ໂອກາດນີ້ ທ່ານຈັນທອນ ສິດທິໄຊ ປະ ທານບໍລິສັດວຽງຈັນ ໂລຈິດສຕິກພາກ ໄດ້ລາຍງານກ່ຽວກັບສະພາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ່າສາກົນທ່າບົກ-ທ່ານາເເລ້ງເຂດໂລຈິດສຕິກໃນໄລ ຍະຜ່ານມາ ເເລະ ທິດທາງເເຜນການໃນຕໍ່ຫນ້າ ເຊີ່ງກ່ອນອື່ນໄດ້ໃຫ້ຮູ້ກ່ຽວກັບສະພາບລວມຂອງໂຄງການທ່າບົກ-ທ່ານາເເລ້ງ ເຂດໂລຈິດສະຕີກ ເເມ່ນໂຄງການຫນື່ງທີ່ເປັນສ່ວນປະກອບຂອງໂຄງການລາວໂລຈິດສຕິກລີ້ງ ເຊີ່ງໂຄງການນີ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກປີ2020 ເເລະກໍ່ສ້າງສໍາເລັດພ້ອມທັງເປີດນໍາໃຊ້ໃນວັນທີ4 ທັນວາ 2021 ໂດຍເເບ່ງອອກເປັນ2ເຂດຄື:

ເຂດໂລຈິດສຕິກມີເນື້ອທີ່ 327ເຮັກຕາ ເເລະເຂດທ່າບົກມີເນື້ອທີ່ 90 ເຮັກຕາ ປະຈຸບັນກໍາລັງພັດທະນາໃນເຂດທ່າບົກສໍາເລັດເເລ້ວ 90 ສວ່ນຮ້ອຍ ເເລະຈະໃຫ້ສໍາເລັດຮ້ອຍສ່ວນຮ້ອຍໃນອີກ 3 ເດືອນຕໍ່ຫນ້າ ພາຍຫລັງ ທີ່ປະທານປະເທດ ໄດ້ຮັບຟັງລາຍງານກ່ຽວກັບສະພາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ່ານສາກົນທ່າບົກ-ທ່ານາເເລ້ງ ເຂດໂລຈິດສຕິກໃນໄລຍະຜ່ານມາ ເເລະ ທິດທາງເເຜນການໃນຕໍ່ຫນ້າຈາກປະທານບໍລິສັດວຽງຈັນ ໂລຈິດສຕິກພາກ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍທີ່ຄະນະບໍລິຫານງານ ກໍຄືບັນດາພະນັກງານ ພາຍໃນເຂດໂຄງການດັ່ງທີ່ໄດ້ເອົາໃຈໃສ່ຢ່າງຕັ້ງຫນ້າໃນການພັດທະນາເຂດໂລຈິດສຕິກ ໃນໄລຍະຜ່ານມາ ເຊີ່ງເປັນການປະກອບສ່ວນສໍາຄັນໃນການສ້າງລາຍຮັບໃຫ້ປະເທດເປັນຈໍານວນຫລາຍ ຈາກການຂົ່ນສົ່ງຄ່ຽນຖ່າຍສີນຄ້າ ເຮັດໃຫ້ລາວກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນເຂດອານຸພາກພື້ນ, ພາກພື້ນ ເເລະ ສາກົນຫລັງຈາກນັ້ນ ໄດ້ຢ້ຽມຢາມຈຸດເຊື່ອມຈອດຂອງໂຄງການ, ສູນຄວບຄຸມການຂົນສົ່ງ, ເສັ້ນທາງເຊື່ອມຈອດໂຄງ ການທ່າບົກ-ທ່ານາເເລ້ງ ເຂດໂລຈິດສຕິກ ພ້ອມທັງເດີນທາງໄປຢ້ຽມຢາມ ຊຸກຍູ້ການຜະລິດຂອງຊາວກະສິກອນຢູ່ເມືອງຫາດຊາຍຟອງ ໂດຍສະເພາະຢ້ຽມຊົມສວນຫມາກພ້າວນໍ້າຫອມ ຂອງທ່ານສົມພອນ ຂຸນກະເສນ ປະຊາຊົນບ້ານທ່າພະ, ຢ້ຽມຢາມໂຮງງານຜະລິດຫມາກຖົ່ວດາວອີນຄາ ສໍາລັບສົ່ງອອກໄປສະຫະລັດອາເມລິກາ ຂອງບໍລິສັດໄຫມສະຫວັນ ບ້ານສາລາຄໍາ, ສໍາລັບຕອນບ່າຍ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະເດີນທາງໄປຢ້ຽມຢາມ ເເລະຊຸກຍູ້ການຜະລິດຂອງຊາວກະສິກອນ ບາງກຸ່ມຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນຕື່ມອີກ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...