spot_img
Homeຂ່າວຕ່າງປະເທດສະຫະລັດອາເມຣິກາຈະຊື້ລະບົບປ້ອງກັນລູກສອນໄຟໃຫ້ຢູເຄຣນໃນອາທິດນີ້

ສະຫະລັດອາເມຣິກາຈະຊື້ລະບົບປ້ອງກັນລູກສອນໄຟໃຫ້ຢູເຄຣນໃນອາທິດນີ້

Published on

ອ້າງອີງຈາກສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ສະຫະລັດອາເມຣິກາ ມີທ່າອ່ຽງຈະຊື້ລະບົບປ້ອງກັນລູກສອນໄຟຈາກພື້ນສູ່ອາກາດໃຫ້ຢູເຄຣນໃນອາທິດນີ້.

ໃນວໍຊິງຕັນ ດີຊີ ຄາດວ່າຈະປະກາດຄວາມຊ່ວຍເຫຼືອທາງດ້ານຄວາມໝັ້ນຄົງອື່ນໆ ໃຫ້ກັບຢູເຄຣນ ລວມເຖິງລູກປືນໃຫຍ່ເພີ່ມ ແລະ ເລດາຕໍ່ຕ້ານກອງພັນ.

ອາວຸດດັ່ງກ່າວ ເປັນຄວາມຊ່ວຍເຫຼືອລ່າສຸດທີ່ສະຫະລັດອາເມຣິກາ ຈະໃຫ້ຢູເຄຣນ ນັບຕັ້ງແຕ່ມີຄວາມຂັດແຍ່ງກັນໃນຢູເຄຣນໃນເດືອນກຸມພາ.

ໃນເດືອນມິຖຸນານີ້ ປະທານາທິບໍດີ ໂຈ ໄບເດັນ ຕົກລົງທີ່ຈະໃຫ້ຄວາມຊ່ວຍເຫຼືອທາງດ້ານທະຫານແກ່ຢູເຄຣນ 700 ລ້ານໂດລາ ເຊິ່ງລວມເຖິງລະບົບຈະຫຼວດຂັ້ນສູງ ທີ່ສາມາດໂຈມຕີເປົ້າໝາຍໄລຍະໄກໄດ້ຢ່າງແໝ້ນຍຳ.

ຄວາມພະຍາຍາມອີກເທື່ອໜຶ່ງ ໃນການຂາຍໂດຣນຕິດອາວຸດຂະໜາດໃຫຍ່ 4 ລຳໃຫ້ກັບຢູເຄຣນ ຖືກລະງັບລົງໃນຕົ້ນເດືອນນີ້ ຂະນະທີ່ຄວາມກັງວົນເລື່ອງເລດາ ແລະ ອຸປະກອນເຝົ້າລະວັງຂອງພວກເຂົາອາດຈະສ້າງຄວາມເສຍຫາຍທາງດ້ານຄວາມໝັ້ນຄົງຕໍ່ອາເມຣິກາ ຖ້າວ່າຢູ່ໃນການຄວບຄຸມຂອງຣັດເຊຍ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...