spot_img
Homeຂ່າວຕ່າງປະເທດຈີ7 ປະກາດຈຳກັດການສົ່ງອອກຄຳຈາກຣັດເຊຍ

ຈີ7 ປະກາດຈຳກັດການສົ່ງອອກຄຳຈາກຣັດເຊຍ

Published on

ອີງຕາມການລາຍງານ​ຂ່າວ​ຈາກ dailynews ໃນວັນ​ທີ 27​ ມິຖຸນາ​ນີ້, ກອງ​ປະຊຸມ ​ກຸ່ມ​ປະ​ເທດ​ ມະຫາ​ອຳນາດ ດ້ານ​ອຸດສາ ຫະກຳ ​ຂອງ​ໂລກ(ຈີ7)ປະກາດ​ ຈຳກັດ​ ການ​ສົ່ງ​ອອກ​ຄຳ ຈາກ ຣັດ​ເຊຍ ​ແລະ ການ​ຮ່ວມ​ ລະດົມ​ທຶນ​ໃນ​ພາກ​ພື້ນ​ພວມ​ພັດທະນາ ​ຫລັງ​ຈາກ ປະ​ເທດສະມາຊິກ​ ປະກອບ​ດ້ວຍ: ສ.ອາ​ເມ​ລິ​ກາ, ອັງກິດ, ​ເຢຍລະ​ມັນ, ຝຣັ່ງ, ອີ​ຕາ​ລີ, ກາ​ນາ​ດາ ​ແລະ ຍີ່ປຸ່ນ ​ໄດ້​ຕົກລົງ ​ເປັນ​ເອກະ​ພາບ​ກັນ​ ໃນ​ກອງ​ປະຊຸມ​ຄັ້ງນີ້.​

ໃນ​ໄລຍະ​ຊຸມ​ປີຜ່ານມາ ຄຳ ກາຍ​ເປັນ​ ສິນຄ້າ​ ສົ່ງ​ອອກ​ ສຳຄັນ ອັນ​ດັບ 2 ຂອງຣັດ​ເຊຍ ຮອງ​ຈາກ​ ນ້ຳມັນ​ ເຊື້ອ​ໄຟ ​ໂດຍຣັດ​ເຊຍ ກວມ​ເອົາ ​ອັດຕາ​ສ່ວນ​ ເກືອບ5% ຂອງ​ຕະຫລາດ ຄຳ​ໂລກ ຄິດ​ເປັນ​ ມູນ​ຄ່າ​ ເກືອບ19​ ຕື້ໂດ​ລາ ​ສະຫະລັດ ​ເມື່ອ​ປີ 2020 ​ແຕ່ຫລຸດ​ລົງ​ມາ​ ຢູ່​ທີ່​ ປະມານ 15,5ຕື້​ໂດ​ລາ ​ສະຫະລັດ ​ເມື່ອ​ທຽບ​ໃສ່ ​ປີ​ກາຍ.

ຂະນະ​ທີ່ 90%ຂອງ​ຄຳ ທີ່​ສົ່ງ​ອອກ ​ຈາກຣັດ​ເຊຍ ​ມີ​ປະ​ເທດ ​ກຸ່ມ​ຈີ7 ​ເປັນ​ລູກ​ຄ້າ​ ໃຫຍ່​ທີ່​ສຸດ ​ໂດຍ​ສະ​ເພາະ ​ອັງກິດ, ສ່ວນ​ ສ.ອາ​ເມ​ລິ​ກາ ຊື້​ຄຳ​ຈາກຣັດ​ເຊຍ ຄິດ​ເປັນ​ມູນ​ຄ່າ ​ບໍ່​ເຖິງ 1 ລ້ານ​ໂດ​ລາ ​ສະຫະລັດ ​ເມື່ອ 2ປີຜ່ານມາ.
ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...