spot_img
Homeຂ່າວຕ່າງປະເທດສີລັງກາ ຂາດແຄນນ້ຳມັນເຊື້ອໄຟຢ່າງໜັກ

ສີລັງກາ ຂາດແຄນນ້ຳມັນເຊື້ອໄຟຢ່າງໜັກ

Published on

ອີງຕາມ​ການລາຍງານຂ່າວ​ຈາກ daily​news​ ລາຍງານວ່າ: ປະເທດສີ​ລັງກາ ພວມ​ຂາດ​ແຄນນ້ຳມັນເຊື້ອ​ໄຟຢ່າງ​ໜັກ ຫລັງ​ຈາກ ກະຊວງພະລັງງານ​ ອອກ​ແຈ້ງ​ການ​ດ່ວນໃນ​ວັນ​ທີ​ 25 ​ມິຖຸນາ​ນີ້​ວ່າ:​ ກຳ​ປັ່ນຂົນ​ສົ່ງ​ນ້ຳມັນ​ຫລາຍ​ລຳ ບໍ່​ໄດ້​ເດີນທາງ​ມາທຽບ​ທ່າ​ ຕາມ​ກຳນົດໂດ​ຍບໍ່​ແຈ້ງ​ເຫດຜົນຢ່າງ​ຈະ​ແຈ້ງ.

ໃນຂະນະ​ທີ່ກຳ​ປັ່ນ​ລຳລຽງ​ ນ້ຳມັນ​ເຊື້ອ​ໄຟ ອີກ​ຫລາຍ​ລຳ ປະຕິ​ເສດ​ ຈອດ​ທຽບ​ທ່າດ້ວຍ​ເຫດຜົນ​ກ່ຽວ​ກັບສະຖານະ​ການທາງ​ເງິນ​ຂອງ​ສີ​ລັງກາ,​ ຂະນະ​ທີ່ ບໍລິສັດ​ Ceylon Petroleum Corporation ລັດ​ວິ​ສາ​ຫະກິດ ດ້ານ​ນ້ຳມັນ​ເຊື້ອ​ໄຟ ຂອງ​ສີ​ລັງກາ ຍັງ​ບໍ່​ສາມາດຄາດ​ການ​ໄດ້​ວ່າ ຈະ​ໄດ້​ຮັບ​ນ້ຳມັນ​ເຊື້ອ​ໄຟ​​ໃໝ່ ຫລື ບໍ່ ​ແລະ ​ເມື່ອ​ໃດ,​ ໂດຍ​ບໍລິ​ສັດ Ceylon Petroleum Corporation ຈຳ​ເປັນ​ຕ້ອງ​ໂຈະ​ການນດຳ​ເນີນຂອງ​ໂຮງ​ກັ່ນທີ່​ມີ​ຢູ່​ແຫ່ງ​ດຽວ ​ເປັນ​ການ​ຊົ່ວຄາວ ທັງ​ທີ່​ມີການ​ດຳ​ເນີນ​ການ​ຮອບ​ຫລ້າ​ສຸດ ​ເມື່ອ​ຕົ້ນ​ເດືອນ​ນີ້ ​ໂດຍ​ໃຊ້​ນ້ຳມັນ​ດິບ 90.000​ ໂຕນ​ຂອງຣັດ​ເຊຍ ຊື້​ຜ່ານ​ນາຍ​ໜ້າທີ່​ນະຄອນ​ນດູ​ໄບ ​​ແລະ ບໍລິສັດ​ ດັ່ງກ່າວ ຍັງ​ມີ​ໜີ້​ຄ້າງ​ຈ່າຍ ຫລາຍ​ກວ່າ​ 700 ລ້ານ​ໂດ​ລາ​ສະຫະລັດ.

ຂະນະ​ນີ້​ ທ່ານ Ranil Wickremesinghe ນາຍົກລັດຖະມົນຕີ ສີ​ລັງກາ ຖະ​ແຫລ​ງ​ແບບ​ກົງ​ໄປ​ກົງ​ມາ ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ​ເສດຖະກິດ​ ຂອງ​ປະ​ເທດ ພວມ​ກ້າວ​ເຂົ້າສູ່​ສະພາວະລົ້ມລະລາຍຢ່າງ​ສົມບູນ ​ເນື່ອງ​ຈາກບໍ່​ມີ​ງົບປະມານນຳ​ເຂົ້າ ນ້ຳມັນ​ເຊື້ອ​ເພີງ ​ແລະ ອາຫານ ​ໃຫ້​ພຽງພໍ​ກັບ ​ຄວາມ​ຕ້ອງການ​ ຂອງ​ປະຊາກອນ​ ພາຍ​ໃນ​ປະ​ເທດ ​ເກືອບ 22 ລ້ານ​ຄົນ.
ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...