spot_img
Homeຂ່າວພາຍ​ໃນຮອງຫົວໜ້າ ອອປສ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ ອາເມລິກາ

ຮອງຫົວໜ້າ ອອປສ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ ອາເມລິກາ

Published on

ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຕ້ອນຮັບ ທ່ານ ທອດ ໂຣບິນສັນ ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ, ຫົວໜ້າຫ້ອງການປາບປາມຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ ກະຊວງການຕ່າງ ປະເທດ, ສະຫະລັດອາເມລິກາ ພ້ອມຄະນະນ ເຂົ້າຢ້ຽມຂໍ່ານັບ ໃນໂອກາດເດີນທາງມາເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ ທັງສອງຝ່າຍ ຕີລາຄາສູງຜົນສຳເລັດຂອງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ໃນໄລຍະຜ່ານມາ ໂດຍສະເພາະ ການຮ່ວມມື ລະ ຫວ່າງ ອົງການໄອຍະການ ປະຊາຊົນ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ທີ່ໄດ້ຮັບການຊ່ວຍເຫລືອໃນການສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ ໃຫ້ແກ່ອົງການໄອຍະການປະຊາຊົນ ຂອງ ສປປ ລາວ ເປັນຢ່າງດີ ເຊິ່ງໄດ້ປະກອບສ່ວນ ເຮັດໃຫ້ວຽກງານໄອຍະການປະຊາຊົນຂອງ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການ ໃຫ້ມີປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນ ປະໂຫຍດອັນຊອບທຳຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເພີ່ມທະວີນິຕິທຳ, ປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ຢ່າງບໍ່ຢຸດຢັ້ງ.

ໃນໂອກາດດັ່ງກ່າວ, ທ່ານ ທອດ ໂຣບິນສັນ ພ້ອມຄະນະ ກໍຍັງໄດ້ມອບອຸປະກອບນໍາໃຊ້ໃນກອງປະຊຸມອອນລາຍ ແລະ ໂນດບຸກ 10 ເຄື່ອງ ລວມມູນຄ່າ 466 ລ້ານກວ່າກີບ ໃຫ້ອົງການໄອຍະການປະຊາຊົນສູງສຸດ ຕື່ມອີກ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...