spot_img
Homeຂ່າວການສຶກສາກະຊວງສຶກສາ ຈັດແຂ່ງຂັນຖາມ-ຕອບ ວິທະຍາສາດພາສາຝຣັ່ງ

ກະຊວງສຶກສາ ຈັດແຂ່ງຂັນຖາມ-ຕອບ ວິທະຍາສາດພາສາຝຣັ່ງ

Published on

20141105145921

 

ກົມ​ມັດທະຍົມ​ສຶກ​ສາ​ກະຊວງສຶກ​ສາ​ທິ​ການ ແລະ ກີລາ ຈັດການ​ແຂ່ງຂັນຖາມ-ຕອບ​ວິ​ທະຍາ​ສາດພາສາ​ຝຣັ່ງ

ຮອບ​ຊິງ​ຊະນະ​ເລີດ ​ສຳລັບ​ນັກຮຽນ​ຂັ້ນ ມ4 ແລະ ມ7 ຂຶ້ນ​ວັນ​ທີ 7 ພະຈິກ 2014 ທີ່​ໂຮງຮຽນ ​ມສ ວຽງ​ຈັນ ໂດຍ​ມີ​

ທ່ານ ​ດຣ. ນາງ ສີ​ສຸກ ວົງວິຈິດ ຫົວໜ້າ​ກົມ​ມັດທະຍົມ​ສຶກສາ ມີ​ບັນດາ​ຮອງ​ກົມ ຮອງ​ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​

ການ ແລະ ກີລາ ນະຄອນຫຼວງ ຄະນະ​ອຳນວຍ​ການ ​ມສ ວຽງ​ຈັນ ພ້ອມດ້ວຍ​ສະມາຄົມ​ພໍ່​ແມ່​ນັກຮຽນ ແລະ ແຂກ

​ຖືກ​ເຊີນ​ເຂົ້າ​ຮ່ວມ.

 

ທ່ານ​ຫົວໜ້າ​ກົມ​ມັດທະຍົມ​ສຶກສາ ກ່າວ​ວ່າ: ການ​ຈັດ​ແຂ່ງຂັນຖາມ-ຕອບ​ວິທະຍາສາດ​ພາສາຝຣັ່ງ​ຄັ້ງ​ນີ້ ​ກໍ່​ເພື່ອ

​ເປັນ​ການ​ສົ່ງເສີມ​ຄູ​ສອນ ແລະ ນັກຮຽນ ໃຫ້​ມີຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ຮຽນ-ການ​ສອນພາສາ​ຝຣັ່ງ ຕາມ​ໂຄງ

ການ ການ​ຮຽນ-ການ​ສອນ​ພາສາ​ຝຣັ່ງ ເຊິ່ງ​ປີ​ນີ້​ເປັນ​ຄັ້ງ​ທີ 3 ແລ້ວ ນັກຮຽນ​ທີ່​ມາ​ເຂົ້າ​ຮ່ວມການ​ແຂ່ງຂັນ​ໃນ​ຮອບ​

ຊິງ​ຊະນະເລີດ​ນີ້ ແມ່ນ​ໄດ້​ຜ່ານ​ການ​ຄັດເລືອກ​ມາ​ແລ້ວ ​ໃນ​ລະດັບ​ໂຮງຮຽນ ແລະ ລະດັບ​ແຂວງ ມີ 4 ແຂວງຄື: ຫຼວງ​

ພະ​ບາງ ສະຫວັນນະ​ເຂດ ຈຳປາ​ສັກ ແລະ ນະຄອນ​ຫຼວງ.

 

ສຳລັບ​ນັກຮຽນ​ທີ່​ເຂົ້າ​ຮ່ວມແຂ່ງຂັນ​ຄັ້ງ​ນີ້ ມີ ມ4 ຫ້ອງ​ພາສາ​ຝຣັ່ງ ພາສາ​ທີ 2 (LV2) ແຂວງ​ລະ 2 ຄົນ ມ4 ຫ້ອງສອງ​

ພາສາລາວ-ຝຣັ່ງ (CB) ແຂວງ​ລະ 2 ຄົນ ແລະ ມ7 ຫ້ອງ​ສອງ​ພາສາລາວ-ຝຣັ່ງ (CB) ແຂວງ​ລະ 2 ຄົນ ລວມນັກ​ແຂ່ງ

ຂັນ​ທັງ​ໝົດ 24 ຄົນ ຜ່ານ​ການ​ແຂ່ງຂັນຜົນ​ປາກົດ​ວ່າ ອັນ​ດັບ 1-4 ຊະນະ​ເລີດ ມ4 LV2 ໄດ້ແກ່​ແຂວງ​ຈຳປາ​ສັກ ຮອງ

​ຊະນະ​ເລີດ ນະຄອນຫຼວງ ມ4 CB ຊະນະ​ເລີດ ແຂວງ​ຈຳປາ​ສັກ ຮອງ​ຊະນະ​ເລີດ ແຂວງ​ສະຫວັນນະ​ເຂດ ຂະນະ​ທີ່ ມ7

ຊະນະ​ເລີດ ແຂວງ​ສະຫວັນ​ນະ​ເຂດ ແລະ ຮອງ​ຊະນະ​ເລີດ ນະຄອນຫຼວງ ສ່ວນ​ລາງວັນ​ຊະນະ​ເລີດ​ແມ່ນ​ໄດ້ຮັບ Tablette

Samsung 7’’ ຈຳນວນ 1 ໜ່ວຍ ແລະ ຮອງ​ຊະນະ​ເລີດ​ໄດ້​ຮັບ Telephone Portable Samsung Galaxy S ຈຳນວນ 1

ໜ່ວຍ​ຕາມ​ລຳດັບ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...