spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຂໍເຊີນນຳເດັກ 9 ເດືອນ ຫາ 10 ປີ ໄປສັກຢາກັນພະຍາດໝາກແດງ!

ຂໍເຊີນນຳເດັກ 9 ເດືອນ ຫາ 10 ປີ ໄປສັກຢາກັນພະຍາດໝາກແດງ!

Published on

20141107122625

 

ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳຂົງເຂດ​ວັດທະນະທຳ-ສັງຄົມ ລັດຖະ​ມົນຕີ​ວ່າການ​

ກະຊວງ​ສຶກ​ສາທິ​ການ ແລະ ກີລາ ໄດ້​ຖະແຫຼງຂ່າວ​ກ່ຽວ​ກັບ​ບັ້ນ​ປຸກລະດົມ​ ຂະບວນ​ການ​ສັກ​ຢາ​ກັນ​ພະຍາດຕ້ານ​

ພະຍາດໝາກແດງ ປີ 2014 ໃນ​ວັນ​ທີ 7 ພະຈິກ 2014 ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ວ່າ: ພັກ ແລະ ລັດຖະ

ບານ ໄດ້ນຳພາ​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ດ້ານ​ສັງຄົມຢ່າງ​ເໝາະ​ສົມ ໂດຍ​ຖື​ເອົາ​ການ​ພັດທະນາ​ຄົນເປັນ​ບຸລິມະ

ສິດ​ ໄປ​ຄຽງ​ຄູ່​ກັບ​ການພັດທະນາ​ເສດຖະກິດ ໃນ​ນັ້ນ ໄດ້ແນໃສ່​ສ້າງ​ຄົນ​ລາວ​ໃຫ້​ມີ​ຄວາມເຂັ້ມແຂງ​ທາງ​ຮ່າງກາຍ

ແລະ ມີພະ​ລາ​ນາ​ໄມ​ສົມບູນ​ ດ້ວຍ​ການປະຕິບັດ​ນະໂຍບາຍ​ດ້ານ​ສາທາລະນະ​ສຸກ ຕາມ​ທິດ​ຖື​ເອົາ​ການກັນ​ພະຍາດ

ສົ່ງເສີມ​ສຸຂະພາບເປັນຕົ້ນ​ຕໍ ແລະ ຖື​ເອົາ​ການ​ປິ່ນປົວ​ທີ່​ມີ​ຄຸນະພາບ ສະໜອງ​ການບໍລິການ​ດ້ານ​ສາທາລະນະ​ສຸກ

ຢ່າງ​ທົ່ວ​ເຖິງ​ເປັນ​ສຳຄັນ.

 

ວຽກ​ງານ​ສັກ​ຢາ​ກັນ​ພະຍາດ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ເພື່ອສະກັດ​ກັ້ນ​ພະຍາດ​ຕິດຕໍ່​ຮ້າຍແຮງ​ຫຼາຍ​ຊະນິດ ເຊິ່ງ

​ພາໃຫ້​ຫຼຸດຜ່ອນ​ອັດຕາ​ການ​ເສຍ​ຊີວິດ​ຂອງແມ່ ແລະ ເດັກ ໃນ​ໄລຍະ​ຜ່ານ​ມາ ດ້ວຍ​ຄວາມ​ພະຍາຍາມ ແລະ ຄວາມ

​ຮັບຜິດຊອບ​ສູງ​ຂອງ​ບັນດາ​ຂະແໜງການ​ທີ່​ກ່ຽວຂ້ອງ ຂອງ​ອຳນາດ​ການ​ປົກຄອງ​ທຸກຂັ້ນ ແນວ​ໂຮມ ອົງ​ການຈັດ

ຕັ້ງ​ມະຫາ​ຊົນ ແລະ ພໍ່​ແມ່​ປະຊາຊົນ ພ້ອມ​ທັງ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຄູ່​ຮ່ວມ​ພັດທະນາ ​ສປປ ລາວ ຈຶ່ງສາມາດ​ບັນ

ລຸ​ການ​ລົບ​ລ້າງ​ພະຍາດ​ໂປ​ລິ​ໂອຢ່າງ​ຊິ້ນ​ເຊີງ ໃນຂອບ​ເຂດ​ທົ່ວ​ປະເທດ​ ແຕ່​ປີ 2000 ເປັນຕົ້ນ​ມາ ແລະ ສາມາດ​ລົບ

ລ້າງ​ພະຍາດ​ບາດ​ທະ​ຍັກ​ໃນ​ແມ່ ແລະ ເດັກ ໃນ​ປີ 2013.

 

ປັດຈຸບັນ​ນີ້ ​ສປປ ລາວ ຍັງປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ ໃນການ​ຫຼຸດຜ່ອນ​ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ ແລະ ເດັກ

ໜຶ່ງ​ໃນສາເຫດ​ຂອງ​ການ​ເສຍ​ຊີວິດ​ດັ່ງກ່າວ ແມ່ນ​ມາ​ຈາກ​ພະຍາດໝາກ​ແດງ ເຊິ່ງ​ສາມາດ​ເຮັດ​ໃຫ້ເດັກ​ເປັນ​ອັກ

ເສບ​ປອດ​ຮຸນ​ແຮງ ຖອກທ້ອງ ຕາບອດ ແລະ ເສຍ​ຊີວິດ​ໄດ້ ສ່ວນ​ແມ່ຍິງ​ຖືພາ ​ກໍ່​ມີ​ຜົນກະທົບ​ຕໍ່​ເດັກ​ໃນ​ທ້ອງ ເຊັ່ນ:

ພະຍາດ​ຫົວໃຈ​ຜິ່ວ ພະຍາດ​ແກ່ນຕາ​ຂຸ້ນ ພະຍາດ​ປາກ​ແຫວ່ງ ຫູໜວກ ແລະ ອື່ນໆ ເພື່ອ​ສະກັດກັ້ນ​ພະຍາດ​ດັ່ງກ່າວ

ລັດຖະບານຈຶ່ງ​ອະນຸມັດ​ໃຫ້​ກະຊວງ​ສາ​ທາ​ລະນະ​ສຸກ ສົມທົບ​ກັບ​ຄະນະ​ກຳມາທິ​ການ​ເພື່ອ​ແມ່ ແລະ ເດັກ​ແຫ່ງຊາດ

ຈັດ​ວັນ​ສັກ​ຢາ​ກັນ​ພະຍາດແຫ່ງ​ຊາດ ໃນ​ຂອບ​ເຂດ​ທົ່ວ​ປະເທດ ​ເພື່ອ​ກຳຈັດ​ພະຍາດ​ໝາກແດງ​ໃນ​ປີ​ນີ້ ໂດຍ​ວາງ​ເປົ້າ

​ໝາຍເພື່ອ​ກຳຈັດ​ພະຍາດໝາກແດງ 2 ຊະນິດຄື: ໝາກ​ແດງ​ນ້ອຍ ແລະ ໝາກ​ແດງ​ໃຫຍ່ ໃຫ້​ເດັກນ້ອຍ​ອາຍຸ​ແຕ່

9 ເດືອນ ຫາ​ລຸ່ມ 10 ປີ ເຊິ່ງ​ຈະ​ໄດ້​ດຳເນີນ​ໃນ​ລະຫວ່າງວັນ​ທີ 17-30 ພະຈິກ 2014 ໂດຍກຳນົດ​ເປົ້າ​ໝາຍ​ໃຫ້​ບັນລຸ​ໃຫ້

​ໄດ້ 95% ຂອງ​ກຸ່ມ​ເປົ້າ​ໝາຍ​ດັ່ງກ່າວ.

 

ຈຶ່ງ​ຂໍ​ຮຽກຮ້ອງ​ມາ​ຍັງ​ບັນດາທ່ານ ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ ພະນັກງານ-ລັດຖະກອນ ທະຫານ-ຕຳຫຼວດ ທຸກ​ທົ່ວ​

ໜ້າ ​ຈົ່ງໃຫ້ການ​ຮ່ວມ​ມື ແລະ ເຂົ້າ​ຮ່ວມຂະ​ບວນ​ການ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ ​ໂດຍ​ການ​ພາ​ເອົາ​ລູກ​ຫຼານ​ໄປ​ຮັບເອົາ​ຢາ

​ວັກ​ຊິນ ​ໃນ​ສະຖານ​ບໍ​ລິການ​ສຸຂະພາບ​ໃກ້​ບ້ານ​ທ່ານ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...