spot_img
Homeຂ່າວພາຍ​ໃນຂ່າວດີ! ຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ໄດ້ຢ່າງປົກກະຕິແລ້ວ

ຂ່າວດີ! ຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ໄດ້ຢ່າງປົກກະຕິແລ້ວ

Published on

ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຫັນດີອະນຸຍາດ ແລະ ຢຸດຕິມາດຕະການຕ່າງໆຜ່ານມາໃນ ການເຂົ້າ-ອອກ ສປປ ລາວ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃນທຸກຮູບແບບເພື່ອໃຫ້ສາມາດດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ ໂດຍຕິດພັນກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ ແລະ ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ.

ອີງຕາມ ອອກແຈ້ງການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກ່ຽວກັບ ມາດຕະການຜ່ອນຜັນ ການເຂົ້າ-ອອກ ສປປ ລາວ ແລະ ພາຍໃນປະເທດ ສໍາລັບການຂົນສົ່ງໂດຍສານ ແລະ ສິນຄ້າ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19, ເລກທີ 260/ຍທຂ, ລົງວັນທີ 15 ພຶດສະພາ 2022. ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

1. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ

ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ພາຍໃນປະເທດໃຫ້ເປັນປົກກະຕິ;
ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ສປປ ລາວເປັນຄູ່ພາຄີ.
ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງປະເທດປາຍທາງ.
2. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ

ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດພາຍໃນປະເທດໃຫ້ເປັນປົກກະຕິ;
ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ແລະ ຫລາຍຝ່າຍ ທີ່ ສປປ ລາວ ເປັນພາຄີ, ສໍາລັບຂາອອກແມ່ນ ໃຫ້ປະຕິບັດຕາມມາດຕະການ ຂອງປະເທດປາຍທາງ.
3. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ

ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາພາຍໃນປະເທດໃຫ້ເປັນປົກກະຕິ;
ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາ ລະຫວ່າງປະເທດ ໃຫ້ສອດຄ່ອງກັບກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງ ປະເທດປາຍທາງ.
4. ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ

ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກພາຍໃນປະເທດໃຫ້ເປັນປົກກະຕິ;
ອະນຸຍາດໃຫ້ລົດສ່ວນຕົວ, ລົດໂດຍສານປະຈໍາທາງ ແລະ ລົດທ່ອງທ່ຽວລະຫວ່າງປະເທດສາມາດເດີນທາງເຂົ້າ-ອອກ ສປປ ລາວ ໄດ້ ຕາມສັນຍາສອງຝ່າຍ ແລະ ຫລາຍຝ່າຍທີ່ ສປປ ລາວ ເປັນຄູ່ພາຄີ;
ອະນຸຍາດໃຫ້ ການຂົນສົ່ງສິນຄ້າພາຍໃນປະເທດແມ່ນສາມາດດໍາເນີນໄດ້ຢ່າງເປັນປົກກະຕິ.
ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ປະຕິບັດ ແຈ້ງການ ຂອງ ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຕິດຕາມ, ກວດກາລົດຂົນສົ່ງຕ່າງປະເທດ ທີ່ເຂົ້າມາ ສປປ ລາວ, ສະບັບເລກທີ 04718/ຍທຂ.ຫກ, 23 ກຸມພາ 2022.

ນອກຈາກນັ້ນ, ການເດີນທາງເຂົ້າມາ ສປປ ລາວ ຂອງ ຄົນຂັບຍານພາຫະນະຂົນສົ່ງ (ເຮືອ, ລົດ, ຍົນ ແລະ ລົດໄຟ), ພະນັກງານ ແລະ ຜູ້ໂດຍສານ ແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວ ກັບທິດຊີ້ນໍາມາດຕະການໃນການເຂົ້າ-ອອກ ສປປລາວ ແລະ ການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດ ຂອງພະຍາດໂຄວິດ-19, ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022.

ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...