spot_img
Homeຂໍ້ມູນກ່ຽວກັບປະເທດລາວ6 ເນື້ອໃນສຳຄັນໃນການຫາລືລະຫວ່າງນາຍົກ ລາວ-ໄທ

6 ເນື້ອໃນສຳຄັນໃນການຫາລືລະຫວ່າງນາຍົກ ລາວ-ໄທ

Published on

ອີງຕາມການລາຍງານຂ່າວ WorkpointTODAY ລາຍງານໃຫ້ຮູ້ວ່າ: ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ ພັນຄໍາ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມໃນວັນທີ 2 ມິຖຸນາ 2022 ຢ່າງເປັນທາງການ.

ໃນການຢ້ຽມຢາມຄັ້ງນີ້ ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນຄື: 1 ໄທ ແລະ ສປປ ລາວ ພ້ອມແລ້ວທີ່ຈະເດີນຫນ້າຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານ ເສດຖະກິດໃນເຂດຊາຍແດນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, 2 ເລັ່ງປັບປຸງບູລະນະການທ່ອງທ່ຽວ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເຊິ່ງໄທທີ່ຈະສະຫນັບສະຫນູນ ສປປ ລາວ ໃນການກໍ່ສ້າງຂົວຂ້າມນ້ຳຂອງຊຽງແມນ-ຫຼວງພະບາງ ເພື່ອສົ່ງເສີມການ ທ່ອງທ່ຽວລະຫວ່າງລາວ-ໄທ.

3 ເລັ່ງ-ຂະຫຍາຍເສັ້ນທາງຄົມມະນາຄົມ ໂດຍສະເພາະແມ່ນການເຊື່ອມຕໍ່ ລະບົບທາງລົດໄຟຂອງສອງປະເທດ ພ້ອມທັງຖືເອົາຜົນປະໂຫຍດສູງສຸດຈາກໂຄງການທາງລົດໄຟລາວ-ຈີນ ຮ່ວມກັນແບບ Win-Win, 4 ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ເຮັດໃຫ້ມາດຕະຖານແລະລະບຽບການສອດຄ່ອງກັນ, 5 ເພີ່ມທະວີການຮ່ວມມືດ້ານເສດຖະກິດດີຈີຕອລ ໃນການພັດທະນາເສດຖະກິດຍຸກສະໄຫມ ແລະ ພັດທະນາລະບົບການຊໍາລະເງິນລະຫວ່າງປະເທດໃຫ້ມີປະສິດທິພາບ ່ ຫຼາຍຂຶ້ນ ພ້ອມທັງເພີ່ມທະວີການຮ່ວມມືດ້ານພະລັງງານສະອາດ.

6 ດ້ານຄວາມຫມັ້ນຄົງ ໄທ ແລະ ສປປ ລາວ ໄດ້ເຫັນດີເພີ່ມທະວີການລາດຕະເວນຕາມຊາຍແດນ, ເພື່ອສະກັດກັ້ນການລັກລອບຂ້າມແດນຢ່າງຜິດກົດຫມາຍ ແລະເພີ່ມທະວີການຮ່ວມມືໃນ ສະກັດກັ້ນ ແລະ ປາບປາມຢາ: ເສບຕິດ ໄທພ້ອມແລ້ວທີ່ຈະສະຫນັບສະຫນູນ ສປປ ລາວ ໃນການຂະຫຍາຍຜົນການຈັບກຸມ ແລະ ສະຫນອງ ອຸປະກອນການສືບສວນທີ່ທັນສະໄຫມ.

ຂໍ້ມູນ:ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...