spot_img
Homeຂ່າວຕ່າງປະເທດອາຄານສູງ 10 ຊັ້ນໃນອີຣານ ຖະຫຼົ່ມເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 5 ຄົນ

ອາຄານສູງ 10 ຊັ້ນໃນອີຣານ ຖະຫຼົ່ມເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 5 ຄົນ

Published on

ໃນວັນທີ 24 ພຶດສະພາ 2022 ສຳນັກຂ່າວ CNN ລາຍາງານວ່າ: ເກີດເຫດອາຄານສູງ 10 ຊັ້ນ ທີ່ຢູ່ໃນລະຫວ່າງການກໍ່ສ້າງ ຖະຫຼົ່ມໃນປະເທດອີຣານ ສົ່ງຜົນໃຫ້ມີຄົນເສຍຊີວິດຢ່າງນ້ອຍ 5 ຄົນ ແລະ ຍັງຕິດຢູ່ໃນອາຄານຫຼາຍກວ່າ 80 ຄົນ.

 ອາຄານດັ່ງກ່າວມມີຊື່ວ່າ ເມໂທໂປ (Metropol) ມີຄວາມສູງ 10 ຊັ້ນເຊິ່ງຢູ່ໃນລະຫວ່າງການກໍ່ສ້າງໃນເມືອງ ອະບາດີນ ທາງຕາເວັນອອກສຽງໃຕ້ຂອງປະເທດ ໄດ້ພັງຖະຫຼົ່ມລົງມາ ເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 5 ຄົນ ແລະ ຕິດໃນຊາກອາຄານ 80 ຄົນ.

ທາງເຈົ້າໜ້າທີ່ກູ້ໄພ ໄດ້ລະດມກຳລັງພ້ອມອຸປະກອນເລັ່ງໃຫ້ຄວາມຊ່ວຍເຫຼືອ ແລະ ຄົ້ນຫາຜູ້ທີ່ຕິດຢູ່ໃນອາຄານຢ່າງຕໍເນື່ອງ ຂະນະທີ່ສະຖານີໂທລະທັກທ້ອງຖິ່ນລາຍງານວ່າ: ຍັງມີຮ້ານຄ້າ ແລະ ລົດໃຫຍ່ທີ່ຈອດບໍລິເວນໃກ້ຄຽງຖືກຊາກອາຄານລົງມາທັບ ເຮັດໃຫ້ເກີດຄວາມເສຍຫາຍເປັນວົງກວ້າງ.

ຢ່າງໃດກໍຕາມຍັງບໍມີການເປີດເຜີຍສາເຫດຂອງການຖະຫຼົ່ມໃນຄັ້ງນີ້ ຕາມລາຍາງນໄດ້ລະບຸຕື່ມອີກວ່າ ກ່ອນເກີດເຫດ ເປັນຊ່ວງທີ່ມີພາຍຸຊາຍພັດເຂົ້າພໍດີ ຂະນະທີ່ເຈົ້າຂອງອາຄານ ຜູ້ຈັດການໂຄງການຂອງບໍລິສັດກໍ່ສ້າງຖືກເຈົ້າໜ້າທີ່ຕຳຫຼວດນຳໄປສືບສວນເພື່ອຄົ້ນຫາສາເຫດໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...