spot_img
Homeຂ່າວນໍ້າຖ້ວມອິນເດຍເສຍຊີວິດ 25 ຄົນ ເຫດນ້ຳຖ້ວມ-ດິນຖະຫຼົ່ມ

ອິນເດຍເສຍຊີວິດ 25 ຄົນ ເຫດນ້ຳຖ້ວມ-ດິນຖະຫຼົ່ມ

Published on

ຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມກະທັນຫັນໃນລັດອັສສຳ ທາງຕາເວັນອອກສຽງເໜືອຂອງອິນເດຍ ມີຜູ້ເສຍຊີວິດຢ່າງນ້ອຍ 25 ຄົນ ແລະ ຕ້ອງອົບພະຍົບຄໄນອອກຈາກພຶ້ນທີ່ຢູ່ອາໄສອີກຫຼາຍກວ່າ 650,000 ຄົນ ຕະຫຼອດໃນຊ່ວງສອງອາທິດທີ່ຜ່ານມາ.

ໃນວັນທີ 24 ພຶດສະພາ 2022 ສຳນັກງານ ລອຍເຕີ ລາຍງານຈາກເມືອງ ກູວາຮາຕິ ວ່າ: ພາຍຸມໍລະສຸມຊິ່ງເກີດຂຶ້ນທຸກປີໃນໄລຍະນີ້ຂອງລັດອັສສຳ ເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນຖະຫຼົ່ມເຮັດໃຫ້ຊາວບ້ານຕ້ອງອົບພະຍົບອອກຈາກພຶ້ນທີ່

ສຳລັບເຫດການນ້ຳຖ້ວມແມ່ນມາຈາກ ແມ່ນ້ຳພົມບຸດ ໜຶ່ງໃນແມ່ນ້ຳທີ່ໃຫຍ່ທີ່ສຸດໃນໂລກ ຊຶ່ງໄຫຼຈາກ ທິເບດ ຜ່ານອິນເດຍ ແລະ ສຶ້ນສຸດຢູ່ທີ່ບັງກາລາເທດ ໄດ້ຂຶ້ນສູງຈົນລົ້ນຝັ່ງ ແລະ ໄຫຼຖ້ວມເຂົ້າໝູ່ບ້ານຫຼາຍກວ່າ 1,800 ໝູ່ບ້ານໃນ 26 ເຂດ ຕັ້ງແຕ່ຕົ້ນເດືອນ.

ຢ່າງໃດກໍຕາມຈາກເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 20 ຄົນ ແລະ ອີກ 5 ຄົນເສຍຊີວິດຈາກດິນຖະຫຼົ່ມໃນຊ່ວງ 10 ມື້ທີ່ຜ່ານມາ. ທັງນີ້ ເຈົ້າໜ້າທີ່ລັດຈໄດ້ຈັດຕັ້ງຄ້າຍບັນເທົາທຸກ 366 ຈຸດທົ່ວ 20 ເຂດ ເປັນທີ່ພັກຊົ່ວຄາວໃຫ້ປະຊາຊົນກວ່າ 95,000 ຄົນ, ສ່ວນຫົນທາງ, ບ້ານເຮືອນ ແລະ ອາຄານຫຼາຍແຫ່ງໃນລັດ ຍັງຄົງຢູ່ພາຍໃຕ້ລະດັບນ້ຳທີ່ຖ້ວມສູງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...