Homeຂ່າວຕ່າງປະເທດສີລັງກາຂາດແຄນຢາຮັກສາຮຸນແຮງ ອາດຈະເຮັດໃຫ້ມີຄົນເສຍຊີວິດ

ສີລັງກາຂາດແຄນຢາຮັກສາຮຸນແຮງ ອາດຈະເຮັດໃຫ້ມີຄົນເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານຂ່າວວິກິດຂອງສີລັງກາທີ່ໃກ້ລົ້ມລະລາຍ ແລະ ຍັງຂາດແຄນອາຫານ ນ້ຳມັນເຊື້ອໄຟ ຢາ ກາສ ຈົນໄປເຖິງເຄື່ອງໃຊ້ໃນການດຳລົງຊີວິດ.

ວັນທີ 23 ພຶດສະພາ ດຣ ໂຣຊານ ອະມາຣາຕຸງກາ ແພດຈາກໂຮງໝໍມະເຮັງອາເປັກຊາ ຊານກຸງໂຄລຳໂບ ໄດ້ເຮັດໃຫ້ຮູ້ວ່າ ຂາດແຄນຢາຮັກສາຢ່າງຮຸນແຮງ ບໍ່ສາມາດຮັກສາຜູ້ປ່ວຍໄດ້ ອາດຈະເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍໃນອີກບໍ່ດົນ.

ທັ້ງນີ້ ສີລັງການຳເຂົ້າອຸປະກອນການແພດກວ່າ 80% ແຕ່ການລະບາດຂອງໂຄວິດ-19 ກະທົບລາຍໄດ້ຫຼັກຈາກການທ່ອງທ່ຽວ ແລະ ການຫຼຸດພາສີຕາມນະໂຍບາຍປະຊານິຍົມເຮັດໃຫ້ເງິນສຳຮອງໜ້ອຍລົງ, ມີລາຍງານວ່າອິນເດຍສົ່ງ ອຸປະກອນການແພດ 25 ໂຕ່ນ ແລະ ຄວາມຊ່ວຍເຫຼືອອື່ນໆມາຮອດໃນວັຍທີ 22 ພຶດສະພາ ສ່ວນຢາຮັກສາຈາກອິນເດຍ ຍີ່ປຸ່ນ ອາດມາຮອດໃນ 4 ເດືອນ, ປະທານາທິບໍດີ ໂກຕາບາຍາ ຣາສປາກຊາ ໄດ້ແຕ່ງຕັ້ງລັດຖະມົນຕີອີກ 8 ຄົນ ແຕ່ຍັງບໍ່ມີລັດຖະມົນຕີຄັງມາຈັດການວິກິດເສດຖະກິດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...