spot_img
Homeຂ່າວຕ່າງປະເທດຄັ້ງທຳອິດ! ​ຜູ້​ອົບ​ພະຍົບ​ ຢູ່​ໃນ​ທົ່ວ​ໂລກ​ ຫຼາຍ​ກວ່າ 100 ລ້ານ​ຄົນ

ຄັ້ງທຳອິດ! ​ຜູ້​ອົບ​ພະຍົບ​ ຢູ່​ໃນ​ທົ່ວ​ໂລກ​ ຫຼາຍ​ກວ່າ 100 ລ້ານ​ຄົນ

Published on

ໃນວັນທີ 23 ພຶດສະພາ ສຳນັກງານໃຫຍ່ ຜູ້ລີ້ໄພ ແຫ່ງສະຫະ ປະຊາຊາດ UNHCR ເປີດເຜີຍວ່າ: ການປະທະກັນຢູ່ໃນຢູເຄຣນ ແລະ ຄວາມຂັດແຍ່ງອື່ນໆ​ເຮັດ​ໃຫ້​ມີ ຈຳນວນ​ຜູ້​ອົບ​ພະຍົບ​ ຢູ່​ໃນ​ທົ່ວ​ໂລກ​ຫຼາຍ​ກວ່າ 100 ລ້ານ​ຄົນ​ ເປັນ​ຄັ້ງ​ທຳ​ອິດ ກວມເອົາ ຫລາຍກວ່າ 1 ໃນ 10 ຂອງປະຊາກອນໂລກ.

ຕາມການລາຍງານຂອງ UNHCR ມາຮອດປາຍປີ 2021 ຜູ້ຄົນປະມານ 90 ລ້ານຄົນຕ້ອງກາຍເປັນຄົນພັດຖິ່ນ ເນື່ອງຈາກຄວາມຮຸນແຮງໃນ ເອທິໂອເປຍ, ບູກິນາຟາໂຊ, ມຽນມາ, ໄນຈິເລຍ, ອັບການີສຖານ ແລະ ຄອງໂກ. ນອກຈາກນີ້ ຄວາມຂັດແຍ່ງທີ່ເກີດຂຶ້ນໃນຢູເຄຣນ ຕັ້ງແຕ່ທ້າຍ ເດືອນກຸມພາ ປີ 2022 ທີ່ຜ່ານມາເຮັດໃຫ້ ປະຊາຊົນຕ້ອງອົບພະຍົບໃນປະເທດຫຼາຍກວ່າ 8 ລ້ານຄົນ, ໃນຂະນະທີ່ອີກ 6 ລ້ານຄົນຕ້ອງອົບພະຍົບໄປຕ່າງປະເທດ.

ທ່ານ ຟິລິບໂປ ກະຮັນດີ ຫົວໜັາ UNHCR ຍ້ຳວ່າ: ປະຊາຄົມລະຫວ່າງປະເທດໃຫ້ການສະໜັບສະໜູນຜູ້ພັດຖິ່ນຈາກຄວາມຂັດແຍ່ງໃນຢູເຄຣນຢ່າງເຂັ້ມແຂງ ແລະ ຫວັງວ່າສຶ່ງນີ້ຈະນຳໄປໃຊ້ກັບຄວາມຂັດແຍ່ງທົ່ວໂລກ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...