spot_img
Homeຂ່າວພາຍ​ໃນການເກັບຄ່າບໍລິການຂີ້ເຫຍື້ອພາຍໃນນະຄອນ ຫຼວງພະບາງ ຈະໃຊ້ລະບົບທັນສະໄໝນັບແຕ່ເດືອນພຶດສະພາເປັນຕົ້ນໄປ.

ການເກັບຄ່າບໍລິການຂີ້ເຫຍື້ອພາຍໃນນະຄອນ ຫຼວງພະບາງ ຈະໃຊ້ລະບົບທັນສະໄໝນັບແຕ່ເດືອນພຶດສະພາເປັນຕົ້ນໄປ.

Published on

ເພື່ອຫັນເຂົ້າສູ່ຄວາມທັນສະໄໝແລະສະດວກສະບາຍໃນການຊໍາລະຄ່າບໍລິການເກັບມ້ຽນຂີ້ເຫຍື້ອທາງແຂວງຫຼວງພະບາງໄດ້ ເຊັນສັນຍາກັບໂຄງການພັດທະນາລະບົບຊຳລະຄ່າບໍລິການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອ ກັບບໍລິສັດ ໄອພີຊີ ທີ່ປຶກສາການລົງທຶນ ແລະພັດທະນາຄົບວົງຈອນ ຈຳກັດ ທີ່ໄດ້ຮ່ວມລົງທຶນ ກັບ ບໍລິສັດ ອິນຟຣາໂຊລ ຈຳກັດຜູ້ດຽວຈໍາກັດ ຊຶ່ງໄດ້ຈັດຂຶ້ນວັນທີ 20 ພຶດສະພາ 2022ຜ່ານມາ ທີ່ພະແນກແຜນການ ແລະການລົງທຶນແຂວງຫຼວງພະບາງ.

ທ່ານ ໂພໄຊ ວົງຜາສິດ ອຳນວຍການ ບໍລິສັດ ໄອພີຊີ ທີ່ປຶກສາການລົງທຶນ ແລະ ພັດທະນາຄົບ ວົງຈອນ ຈຳກັດ ກ່າວວ່າ: ສໍາລັບການລົງທຶນດັ່ງກ່າວແມ່ນການສ້າງຕັ້ງພັດທະນາລະບົບການຊຳລະຄ່າບໍລິການເກັບມ້ຽນຂີ້ເຫຍື້ອໃຫ້ໄດ້ຫຼາຍຊ່ອງທາງ ເຊັ່ນ: ຜ່ານໂທລະສັບມືຖືທີ່ເຊື່ອມຕໍ່ທະນາຄານ ໂດຍລະບົບ Appລົງໃສ່ມືຖື ແລະເຄື່ອງພິມບິນຮັບເງິນ (ທີ່ມີລັກສະນະເຄື່ອງພິມເຊັກເລກ) ທີ່ຈະໃຊ້ແທນການຈີກປີ້,ໂດຍມອບໃຫ້ນາຍບ້ານເປັນຜູ້ຮັບຜິດຊອບ,ທັງອໍານວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ ເຊັ່ນ: ຄົວເຮືອນ, ສຳນັກງານ-ຫ້ອງການລັດ, ຜູ້ປະກອບການ ແລະ ພາກທຸລະກິດ) ສາມາດກວດສອບ ແລະ ຕິດ ຕາມຂໍ້ມູນຂອງຕົນໄດ້ຢ່າງສະດວກສະບາຍ ແລະທັນເວລາ ພຽງແຕ່ປ້ອນເລກໄອດີຂອງຄົວເຮືອນໃສ່ເຄື່ອງພິມ ຫຼື ບົບດັ່ງກ່າວ ກໍ່ສາມາດກວດສອບ ຫຼື ເຫັນມູນຄ່າຄ້າງຊຳລະຫຼ້າສຸດ. ສໍາລັບສັນຍາແມ່ນ ມີອາຍຸ 35 ປີ, ເຊິ່ງເລີ່ມແຕ່ວັນທີ 20/05/2022-19/05/2057 ແລະ ສາມາດຕໍ່ໄດ້ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ມູນຄ່າການລົງທຶນທັງໝົດ: 826.000 ໂດລາສະຫະ ລັດ.ໂດຍແມ່ນຫ້ອງການບໍລິ ຫານ ນະຄອນຫຼວງພະບາງ ແລະບໍລິສັດ ສາຍນໍ້າຄານສະອາດ ຈໍາກັດຜູ້ດຽວ ເປັນຜູ້ບໍລິການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອຈາກບ້ານ 42 ບ້ານເປົ້າໝາຍໄປຖິ້ມສະໝາມ.

ຈາກນັ້ນ ທ່ານ ຈີນດາວົງ ໂພສີດໍາ ຫົວໜ້າ ພະແນກແຜນການ ແລະ ການລົງທຶນ ຕາງໜ້າ ອົງ ການປົກຄອງແຂວງ, ທ່ານ ໂພໄຊ ວົງຜາສິດ ອຳນວຍການ ບໍລິສັດ ໄອພີຊີ ທີ່ປຶກສາການລົງທຶນ ແລະ ພັດທະນາຄົບວົງຈອນ ຈຳ ກັດ,ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ແລະທ່ານ ໃຈຖະໜອມ ພໍລະສີມ ອຳນວຍການ ບໍລິສັດ ອິນຟຣາໂຊລ ຈໍາກັດຜູ້ດຽວ,ມີຕາງໜ້າພະແນກຊັບພະຍາກອນ ທໍາມະຊາດ ແລະສິ່ງແວດ ລ້ອມແຂວງ,ຫ້ອງການບໍລິຫານ ນະຄອນ ຫຼວງພະບາງ ກໍໄດ້ຮ່ວມກັນລົງນາມໃນສັນຍາສໍາປະທານ.ໂດຍມີບັນດາ ພະແນກການກ່ຽວຂ້ອງ,ອົງການປົກຄອງບ້ານເປົ້າໝາຍ, ບໍລິສັດ ສາຍນໍ້າຄານສະອາດ ຈໍາກັດຜູ້ດຽວ,ບໍລິສັດ ໄອພີຊີ ທີ່ປຶກສາການລົງທຶນ ແລະ ພັດທະນາຄົບວົງຈອນ ຈຳກັດ,ບໍລິສັດ ອິນຟຣາໂຊລ ຈຳກັດຜູ້ດຽວ ເປັນສັກຂີພະຍານ.

ຂ່າວ:ຈາກເພັດສາຄອນ ສິມມະວົງ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...