spot_img
Homeຂ່າວພາຍ​ໃນຄະນະຜູ້ແທນສະຫະພາບເອີຣົບ ໄດ້ລົງມາຢ້ຽມຢາມສູນຜະລິດຢາສັດຕະວະແພດ

ຄະນະຜູ້ແທນສະຫະພາບເອີຣົບ ໄດ້ລົງມາຢ້ຽມຢາມສູນຜະລິດຢາສັດຕະວະແພດ

Published on

ໃນວັນທີ 16 ພຶດສະພານີ້ ຄະນະຜູ້ແທນສະຫະພາບເອີຣົບ ໄດ້ລົງມາຢ້ຽມຢາມສູນຜະລິດຢາສັດຕະວະແພດ ເພື່ອຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດບັນດາກິດຈຳກຳຂອງໂຄງການທີ່ໄດ້ຮັບເງິນກູ້ ແລະ ຊ່ວຍເຫຼືອລ້າຈາກປະເທດ ສະມາຊິກ ສະຫະພາບເອີຣົບ.

ຄະນະຜູ້ແທນດັ່ງກ່າວ ໄດ້ໄປຢ້ຽມຢາມສູນຜະລິດຢາສັດຕະວະແພດ ພາຍໃຕ້ການສະໜັບສະໜູນຂອງໂຄງການຮ່ວມມື ລາວ-ຮົງກາລີ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ໃຫ້ຮູ້ວ່າ: ສູນຜະລິດຢາສັດຕະວະແພດ ແມ່ນສູນໜຶ່ງທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້ ມີເນື້ອທີ່ 20 ເຮັກຕາ ສ້າງຕັ້ງປີ 1979 ໂດຍທຶນຊ່ວຍເຫລືອຈາກ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈາກນັ້ນໄດ້ຮັບການຖ່າຍທອດເຕັກໂນໂລຊີ ຈາກອົງການອາຫານ ແລະ ການກະເສດ (FAO) ໜ້າທີ່ຕົນຕໍຂອງສູນແມ່ນຜະລິດ ແລະ ສະໜອງຢາກັນພະຍາດສັດ ໃຫ້ກະສິກອນທົ່ວປະເທດ, ປັດຈຸບັນມີກໍາລັງການຜະລິດ 10 ລ້ານເຂັມຕໍ່ປີ, ສາມາດຜະລິດຢາກັນພະຍາດສັດໄດ້ 8 ຊະນິດ ຄື: ວັກຊິນກັນພະຍາດສັດປີກ 5 ຊະນິດ (ນິວຄາເຊິນ, ອະຫິວາເປັດ, ຫລອດລົມອັກເສບ, ໝາກສຸກສັດປີກ ແລະ ອະຫິວາສັດປີກ), ຢາກັນພະຍາດສັດໃຫຍ່ 2 ຊະນິດ (ເຕົ້າໂຮມເລືອດງົວ-ຄວາຍ ແລະ ໃຂ້ບວມ) ແລະ ຢາກັນພະຍາດໝູ 1 ຊະນິດ (ອະຫິວາໝູ), ປັດຈຸບັນສູນແຫ່ງນີ້ ໄດ້ຜະລິດຢາກັນພະຍາດສັດຢ່າງຕໍ່ເນື່ອງ ແລະ ໄດ້ຮັບການສະໜັບສະໜູນດ້ານເຕັກນິກ ວິຊາການ ແລະ ກໍ່ສ້າງບຸຄະລາກອນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ: ປີ 1998-2003 ແລະ ປີ 2006-2008 ໄດ້ຮັບການສະນັບສະໜູນເຄື່ອງມື, ອຸປະກອນ ແລະ ຝຶກອົບຮົມ ຈາກໂຄງການຊ່ວຍເຫລືອຊາວກະສິກອນດ້ານການລ້ຽງສັດ ລາວ-ອີຢູ ເລີ່ມແຕ່ປີ 2019 ເຖິງປັດຈຸບັນ; ໄດ້ຮັບການສະໜັບສະໜູນຈາກໂຄງການຜະລິດສັດ ແລະ ປາ ເປັນສິນຄ້າ ແລະ ໂຄງການພັດທະນາພື້ນຖານໂຄງລ່າງດ້ານກະສິກໍາ ຮ່ວມມື ລາວ-ຮົງກາລີ ພາຍໃຕ້ເງິນກູ້ແບບມີເງື່ອນໄຂຈາກ ລັດຖະບານຮົງກາລີ ໄລຍະ 2 ແລະ ໄລຍະ 3 ມູນຄ່າ 3 ລ້ານໂດລາສະຫະລັດ ໃນນີ້ໄດ້ສ້ອມແປງສໍານັກງານຫ້ອງການ, ຫ້ອງທົດລອງເພື່ອການຜະລິດ ແລະ ກວດກາຄຸນນະພາບຢາ, ຟາມລ້ຽງສັດທົດລອງ, ຕິດຕັ້ງສາງເຢັນເກັບຮັກສາຢາ, ປະກອບເຄື່ອງຈັກຜະລິດຢາໄວຣັສຊະນິດຝຸ່ນ,ເຄື່ອງບົ່ມເຊື້ອບັກເຈີຣີ. ພ້ອມດ້ວຍອຸປະກອບສໍາລັບການຂ້າເຊື້ອ, ເຄື່ອງຮ່າຍບັນຈຸ ລວມທັງພາຫະນະຂົນສົ່ງຢາ ແລະ ການກໍ່ສ້າງທາງເຂົ້າສູນ.

ຜູ້ໄດ້ຮັບຜົນປະໂຫຍດ ແມ່ນກະສິກອນ ຜູ້ລ້ຽງສັດໃນທົ່ວປະເທດ.

ຜົນໄດ້ຈາກໂຄງການແມ່ນສາມາດເຮັດໃຫ້ສູນ ເພີ່ມກໍາລັງການຜະລິດວັກຊິນໃຫ້ ສປປ ລາວ ສູງຂຶ້ນກວ່າເກົ່າ 5 ເທົ່າ ແລະ ປະກອບສ່ວນໃຫ້ການປ້ອງກັນພະຍາດສັດ ແລະ ພັດທະນາການລ້ຽງສັດຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ ແລະ ປະກອບສ່ວນໃນການສ້າງຄວາມໝັ້ນຄົງດ້ານສະບຽງອາຫານຂອງ ສປປ ລາວ ໃຫ້ສູງຂຶ້ນ, ຢາກັນພະຍາດສັດ ແມ່ນປັດໄຈທີ່ຈໍາເປັນເພື່ອຫລຸດຜ່ອນຄວາມສ່ຽງຂອງການເກີດພະຍາດ ເມື່ອສັດບໍ່ເປັນພະຍາດ ກໍຈະເຮັດໃຫ້ມີການຈະເລີນເຕີບໂຕດີ, ຜູ້ລ້ຽງມີລາຍຮັບເພີ່ມຂຶ້ນ ແລະ ປະກອບສ່ວນໃນການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ສູງຂຶ້ນ.

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...