Homeຂ່າວຕ່າງປະເທດທະຫານຢູເຄຣນ ຍອມຈຳນົນຕໍ່ຣັດເຊຍ ແລ້ວໄດ້ອົບພະຍົບອອກຈາກເມືອງມາລິອູໂປ

ທະຫານຢູເຄຣນ ຍອມຈຳນົນຕໍ່ຣັດເຊຍ ແລ້ວໄດ້ອົບພະຍົບອອກຈາກເມືອງມາລິອູໂປ

Published on

ທະຫານຢູເຄຣນ ລີ້ຢູ່ໃນປ້ອມປາການສຸດທ້າຍໃນເມືອງມາລິອູໂປ ທີ່ຖືກປິດລ້ອມດ້ວຍທະຫານຣັດເຊຍ ເລີ່ມອົບພະຍົບອອກມາໃນວັນຈັນ ທີ 16 ພຶດສະພາ.

ໃນຊ່ວງກາງຄືນຂອງວັນທີ 16 ພຶດສະພາ ລົດເມຄັນທີ 5 ໄດ້ຍ້າຍທະຫານຢູເຄຣນອອກຈາກໂຮງງານເຫຼັກອາຊັອຟສະຕັນ ໃນເມືອງມາລິອູໂປ ທີ່ຢູ່ພາຍໃຕ້ການຄວບຄຸມຂອງທະຫານຣັດເຊຍ. ທະຫານທີ່ອອກມາບາງສ່ວນນັ້ນ ໄດ້ຮັບບາດເຈັບ ແລະ ມີ 53 ຄົນເຂົ້າໂຮງໝໍເປັນທີ່ຮຽບຮ້ອຍ. ທະຫານຈຳນວນ 211 ຄົນ ໄດ້ຖືກຍ້າຍໄປອີກຈຸດ ໃນຂະນະທີ່ກ່ອນໜ້ານີ້ເຊື່ອວ່າມີກອງກຳລັງຢູເຄຣນປະມານ 600 ຄົນ ທີ່ລີ້ໃນໂຮງງານເຫຼັກ.

ຈາກການປິດປ້ອມຂອງທະຫານຣັດເຊຍໃນຄັ້ງນີ້ ເຮັດໃຫ້ປະຊາຊົນໃນເມືອງ ເສຍຊີວິດເປັນໝື່ນຄົນ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...