Homeຂ່າວຕ່າງປະເທດອິນເດຍ ນຳເຂົ້າສິນຄ້າຈາກ ຣັດເຊຍ ເພີ່ມຂຶ້ນເປັນ 3 ເທົ່າ

ອິນເດຍ ນຳເຂົ້າສິນຄ້າຈາກ ຣັດເຊຍ ເພີ່ມຂຶ້ນເປັນ 3 ເທົ່າ

Published on

ອີງຕາມການລາຍງານຂອງສື່ທ້ອງຖິ່ນອິນເດຍ ທີ່ຮະບຸວ່າອິນເດຍນຳເຂົ້າສິນຄ້າ ຈາກຣັດເຊຍ ເພີ່ມຂຶ້ນກວ່າ 3 ເທົ່າ ນັບຕັ້ງແຕ່ເກີດສະຖານະການຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ ເມື່ອຊ່ວງທ້າຍເດືອນກຸມພາທີ່ຜ່ານມາ ໂດຍມີມູນຄ່າການນຳເຂົ້າປະມານ 4,670 ລ້ານໂດລາ ເຊິ່ງເປັນຜົນຈາກການທີ່ບັນດາຜູ້ປະກອບການຂອງຣັດເຊຍພາກັນສະເໜີສ່ວນຫຼຸດ ລັດຖະບານ ອິນເດຍບັນລຸ້ຕົກລົງທີ່ດີກັບບັນດາຜູ້ຈັດຈຳໜ່າຍຂອງຣັດເຊຍ.

ຢ່າງໃດກໍຕາມ ໃນຊ່ວງເວລາດັງກ່າວ ການສົ່ງອອກສິນຄ້າຂອງອິນເດຍໄປຫາຣັດເຊຍ ຖືກຫຼຸດລົງຮ້ອຍລະ 57 ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ແລ້ວ ເນື່ອງຈາກອຸປະສັກດ້ານການຂົນສົ່ງ ແລະ ການຊຳລະເງິນ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...