Homeຂ່າວຕ່າງປະເທດສິງກະໂປຫ້າມ ພາຫະນາທີ່ມີນ້ຳມັນບໍ່ເຕັມຖັງ ອອກນອກປະເທດ

ສິງກະໂປຫ້າມ ພາຫະນາທີ່ມີນ້ຳມັນບໍ່ເຕັມຖັງ ອອກນອກປະເທດ

Published on

ພາຫະນະທີ່ຈົດທະບຽນໃນສິງກະໂປ ເມື່ອຈະອອກຈາກສິງກະໂປຜ່ານດ່ານກວດຊາຍແດນ ຈະຕ້ອງມີປະລິມານນ້ຳມັນເຊື້ອໄຟຂັ້ນຕ່ຳ 3ສ່ວນ4 ຂອງຖັງ. ໂດຍທົ່ວໄປເອີ້ນວ່າ “ກົດລະບຽບ 3ສ່ວນ4 ຂອງຖັງ”.

ກົດລະບຽບ 3ສ່ວນ4 ຂອງຖັງ ໄດ້ຖືກນຳໃຊ້ກັບ ພາຫະນະທີ່ແລ່ນດ້ວຍນ້ຳມັນ ຫຼື ແກັດສທຳມະຊາດ (CNG) ແລ້ວຜູ້ຂັບຂີ່ພາຫະນະຕ້ອງຮັບປະກັນວ່າຖັງນ້ຳມັນ ມີນ້ຳມັນເຊື້ອໄຟຢ່າງໜ້ອຍ 3ສ່ວນ4 ຂອງຖັງ.

ນັບຕັ້ງແຕ່ 1 ເມສາ 2019 ເປັນຕົ້ນໄປ, ກົດລະບຽບນີ້ຈະໄດ້ຂະຫຍາຍໃຫ້ກວມພາຫະນະທີ່ໃຊ້ນ້ຳມັນກາຊວນຢູ່ສິງກະໂປ. ເຊິ່ງສອດຄ່ອງກັບການ ກຳນົດອັດຕາການນຳໃຊ້ຂອງນ້ຳມັນກາຊວນ ທີ່ປະກາດໃນປີ 2017 ເພື່ອຫຼຸດຜ່ອນການຊົມໃຊ້ນ້ຳມັນກາຊວນ ແລະ ເພື່ອບໍ່ໃຫ້ເກີດມົນລະຜິດທາງອາກາດ.

ຜູ້ຂັບຂີ່ ທີ່ບໍ່ຕ້ອງປະຕິບັດຕາມກົດລະບຽບ ຈະຖືກປັບໄໝ 500 ໂດລາ ຫຼື ຈະຖືກດຳເນີນຄະດີໃນສານ.

ຖ້າເຄື່ອງວັດແທກນ້ຳມັນຂອງພາຫະນະມີການບິດເບືອນ, ຜູ້ຂັບຂີ່ອາດຈະຖືກຟ້ອງສານ ໃນຖານປ່ຽນອຸປະກອນວັດແທກນ້ຳມັນ ທີ່ຜິດກົດໝາຍ.

ເພື່ອຫຼີກລ້ຽງຄວາມບໍ່ສະດວກ ໃນການເດີນທາງອອກນອກປະເທດ, ຜູ້ຂັບຂີ່ຕ້ອງຮັບປະກັນວ່າຖັງນ້ຳມັນຂອງເຈົ້າ ເຕັມຢ່າງໜ້ອຍ 3ສ່ວນ4 ຂອງຖັງ ໃນເວລາອອກຈາກດ່ານກວດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...