ລັດສຸມໃສ່ພັດທະນາຊົນນະບົດ ຫຼາຍກວ່າ 1.600 ຕື້ກີບ

20141105093229

 

ລັດຖະບານ​ລາວ ​ໄດ້​ເອົາໃຈໃສ່ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການຈັດຕັ້ງປະຕິບັດ ​ວຽກ​ງານ​ພັດທະນາ​ຊົນນະ​ບົດ ແລະ ລຶບ

ລ້າງ​ຄວາມທຸກຍາກ​ຂອງ​ປະຊາຊົນ ​ໃນ​ຂອບ​ເຂດທົ່ວ​ປະເທດ ເຊິ່ງ​ໃນ​ສົກ​ປີ 2013-2014 ການຈັດຕັ້ງ​ປະຕິບັດ​ວຽກ

ງານ​ດັ່ງກ່າວ ລັດ​ໄດ້​ລົງທຶນ​ເຂົ້າໃນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານການເມືອງ ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມ

ທຸກ​ຍາກ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ລວມ​ທັງ​ວຽກ​ງານ​ເກັບ​ກູ້​ລະເບີດບໍ່​ທັນ​ແຕກ​ຕົກ​ຄ້າງ ຈຳນວນ 1.639,42

ຕື້​ກີບ ໃນ​ນັ້ນ ທຶນພາຍ​ໃນ 1.189,92 ຕື້​ກີບ ຂະນະທີ່​ປັດຈຸບັນ​ທົ່ວ​ປະເທດ​ ຍັງ​ມີ​ຄອບຄົວ​ທຸກ​ຍາກ​ທັງ​ໝົດ

1.138.287 ຄອບຄົວ.

 

ຄະນະ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ຈັດ​ກອງ​ປະຊຸມ​ສະຫຼຸບການຈັດຕັ້ງ​ປະຕິບັດ​

ວຽກ​ງານ ປະຈຳປີ 2013-2014 ຂຶ້ນ​ລະຫວ່າງວັນ​ທີ 5-7 ພະຈິກ 2014 ທີ່​ສູນການ​ຮ່ວມ​ມື​ສາກົນ ລາວ-ຍີ່ປຸ່ນ (ຫຼັກ 5)

ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດ​ຖະ​ມົນຕີປະຈຳ​ຫ້ອງ​ວ່າການ​ລັດ​ຖະ

ບານ ຫົວໜ້າ​ຄະນະ​ພັດທະນາຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ ມີ​ຜູ້​ຕາງໜ້າ​ຈາກ​ກະຊວງ ອຳ

ນາດ​ການປົກຄອງ​ຂັ້ນ​ທ້ອງຖິ່ນ ແລະ ອົງການຈັດຕັ້ງ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ທ່ານ ບຸນ​ເຮືອງ ດວງ​ພະຈັນ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຍິ່ງ ນອກຈາກ​ຈະ​ເປັນ​

ການ​ວາງ​ຮາກຖານ​ ໃຫ້​ແກ່​ການ​ກຳນົດ​ຖານະບົດບາດ​ອັນ​ເປັນ​ບຸລິມະສິດ​ໃນ 4 ຂົງເຂດ​ຂອງ​ພັກ ແລະ ລັດ​ຖະບານ​

ແລ້ວ ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ໄດ້​ຄົ້ນຄວ້າ​ປຶກສາ​ຫາລືໃນ​ຫຼາຍ​ບັນຫາ​ສຳຄັນ ເຊັ່ນ: ຕີລາຄາ​ຄືນ​ສະພາບ​ພົ້ນ​ເດັ່ນ ​

ການຈັດ​ຕັ້ງ​ປະຕິບັດ​ແຜນ​ປະຈຳ​ປີ ໂດຍ​ສະເພາະ​ແມ່ນ​ການ​ຫັນ​ວຽກງານ 3 ສ້າງ​ເຂົ້າ​ສູ່​ລວງ​ເລິກ​ໃນຂະ​ບວນ​ການ​

ພັດທະນາ​ຊົນ​ນະບົດ ແລະ ລຶບລ້າງ​ຄວາມທຸກຍາກ ຫາລື​ເຖິງ​ວິໄສ​ທັດ​ໃນ​ການພັດທະນາ​ຊົນນະບົດ ລຶບລ້າງຄວາມ

ທຸກ​ຍາກ ແລະ ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ 15 ປີ (2016-2030) ຍຸດ​ທະ​ສາດ 10 ປີ (2016-2025) ແລະ

ແຜນການ 5 ປີ (2016-2020) ວຽກ​ງານ​ການ​ກຳນົດ​ຈຸດ​ສຸມ ແລະ ວຽກ​ງານ​ຈັດ​ສັນ​ພູມ​ລຳເນົາ ເພື່ອ​ແກ້​ໄຂ​ບັນຫາ

​ລະ​ແວງສົງໄສ​ຂອງ​ຜູ້​ໃຫ້​ທຶນ ໂດຍ​ແນໃສ່ປັບປຸງ​ບ້ານ​ນ້ອຍ​ທີ່​ບໍ່​ມີ​ຄວາມ​ໝັ້ນຄົງ​ ໃຫ້​ກາຍເປັນ​ບ້ານ​ໃຫຍ່ ເຊິ່ງປັດຈຸ

ບັນ​ມີ​ຢູ່​ປະມານ 1.100 ບ້ານ ພ້ອມ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ຫາລື​ກ່ຽວ​ກັບ​ ຂອດ​ການ​ປະສານ​ງານ​ລະຫວ່າງ​ກອງ​ທຶນ​ຫຼຸດ

ຜ່ອນຄວາມທຸກ​ຍາກ (​ທລຍ) ຂັ້ນ​ສູນກາງ ຂັ້ນ​ແຂວງ ແລະ ຂັ້ນ​ເມືອງຕື່ມ​ອີກ.

 

ແຫລ່ງຂ່າວ: ວຽງຈັນໃໝ່