spot_img
Homeຂ່າວຕ່າງປະເທດຣັດເຊຍສັ່ງຫ້າມບໍ່ໃຫ້ຄົນຍີ່ປຸ່ນ 63 ຄົນເຂົ້າແດນຣັດເຊຍ

ຣັດເຊຍສັ່ງຫ້າມບໍ່ໃຫ້ຄົນຍີ່ປຸ່ນ 63 ຄົນເຂົ້າແດນຣັດເຊຍ

Published on

ອີງຕາມການລາຍງານ ເວັບໄຊກະຊວງການຕ່າງປະເທດ ລາຍງານໃນວັນທີ 4 ພຶດສະພານີ້ວ່າ: ຣັດເຊຍໄດ້ອອກຖະແຫຼງການ ສັ່ງຫ້າມບໍ່ໃຫ້ປະຊາຊົນຍີ່ປຸ່ນ 63 ຄົນລວມທັງ ທ່ານ ຟູມິໂອ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນເຂົ້າແດນຣັດເຊຍ.

ໃນຖະແຫຼງການລະບຸວ່າ: ລັດຖະບານຍີ່ປຸ່ນໄດ້ສ້າງຂະບວນການຕ້ານຣັດເຊຍ ເຫັນດີໃຫ້ຊາວຍີ່ປຸ່ນກ່າວຖ້ອຍຄວາມທີ່ຣັດເຊຍຮັບບໍ່ໄດ້ ແລະ ໃສ່ຮ້າຍປ້າຍສີແລະຂົ່ມຂູ່ຣັດເຊຍໂດຍກົງ. ໂດຍພິຈາລະນາເຖິງສະພາບການດັ່ງກ່າວທັງລັດຖະບານຍີ່ປຸ່ນໄດ້ໃຊ້ມາດຕະການລົງໂທດປະຊາຊົນຣັດເຊຍ, ຣັດເຊຍຈຶ່ງຕົກລົງຫ້າມບໍ່ໃຫ້ປະຊາຊົນຍີ່ປຸ່ນຈຳນວນໜຶ່ງເຂົ້າດິນແດນຣັດເຊຍ.

ໃນຂະນະ ທ່ານຟູມິໂອ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນກ່າວໃນມື້ດຽວກັນວ່າ: ຕົນເອງຮັບບໍ່ໄດ້ຕໍ່ການຕັດສິນໃຈຂອງຣັດເຊຍ.
ແຫຼ່ງຂ່າວ: CRI

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...