spot_img
Homeຂ່າວຕ່າງປະເທດອົບພະຍົບປະຊາຊົນອອກຈາກໂຮງງານເຫຼັກ ມາລິອູໂພລ ໃນຢູເຄຣນ

ອົບພະຍົບປະຊາຊົນອອກຈາກໂຮງງານເຫຼັກ ມາລິອູໂພລ ໃນຢູເຄຣນ

Published on

ສຳນັກຂ່າວ ເອພີ ໄດ້ລາຍງານວ່າ: ປະຊາຊົນຊຸດທຳອິດໄດ້ຮັບການຊ່ວຍເຫຼືອອອກມາຈາກໂຮງງານເຫຼັກໃນເມືອງມາລິອູໂພລ ຢູເຄຣນ ເຊິ່ງເປັນຖານທີ່ໝັ້ນສຸດທ້າຍຂອງນັກຮົບຢູເຄຣນ, ພາຍໃຕ້ການປິດລ້ອມຂອງກອງທັບຣັດເຊຍ ແລະ ໄດ້ຮັບການນຳຕົວໄປສົ່ງຍັງສະຖານທີ່ປອດໄພແລ້ວໃນວັນຈັນທີ່ຜ່ານມາ.

ໃນວັນອາທິດຜ່ານມານີ້, ຈາກວິດີໂອທີ່ໄດ້ມີການເຜີຍແຜ່ໂດຍກອງທັບຢູເຄຣນ ແລະ ຣັດເຊຍ ສະແດງໃຫ້ເຫັນເຖິງປະຊາຊົນຫຼາຍກວ່າ 100 ຄົນ ລວມທັງຜູ້ຍິງສູງອາຍຸ ແລະ ຜູ້ຍິງຫຼາຍຄົນທີ່ມີເດັກນ້ອຍຍ່າງຂື້ນລົດເມ ແລະ ລົດໂຮງໝໍເພື່ອເດີນທາງອອກຈາກໂຮງງານເຫຼັກ ອໍຊັອບສະຕານ (Azovstal) ທີ່ຖືກໂຈມຕີໃນຊ່ວງຫຼາຍມື້ທີ່ຜ່ານມາ.

ເຈົ້າໜ້າທີ່ໄດ້ລະບຸວ່າ: ປະຊາຊົນຈະຖືກນຳຕົວໄປສົ່ງທີ່ເມືອງຊາໂປຣິດສເຊຍ (Zaporizhzhia) ເຊິ່ງຫ່າງອອກໄປທາງຕາເວັນຕົກສຽງເໜືອປະມານ 230 ກິໂລແມັດ, ເຖິງຢ່າງໃດກໍຕາມກອງທັບຣັດເຊຍໄດ້ລະບຸວ່າ ມີຜູ້ອົບພະຍົບບາງສ່ວນທີ່ຖືກນຳຕົວໄປສົ່ງທີ່ບ້ານແຫ່ງໜຶ່ງເຊິ່ງຢູ່ພາຍໃຕ້ກຸ່ມແບ່ງແຍກດິນແດນທີ່ມີຣັດເຊຍໜູນຫຼັງ ໂດຍຢືນຢັນວ່າ ພວກເຂົາເລືອກທີ່ຈະຢູ່ກັບກຸ່ມແບ່ງແຍກດິນແດນ, ຂະນະທີ່ຜູ້ອົບພະຍົບສ່ວນຫຼາຍຕ້ອງການເດີນທາງໄປເມືອງທີ່ຢູເຄຣນຍັງຄອບຄອງຢູ່.

ກ່ອນໜ້ານີ້ ທາງການຢູເຄຣນໄດ້ກ່າວຫາວ່າ ທະຫານຣັດເຊຍພະຍາຍາມນຳຕົວປະຊາຊົນກັບໄປຣັດເຊຍ ຫຼື ເມືອງທີ່ຣັດເຊຍຄອບຄອງຢູ່ ເຖິງວ່າຜູ້ອົບພະຍົບເຫຼົ່ານັ້ນບໍ່ຕ້ອງການກໍຕາມ ແຕ່ລັດຖະບານຣັດເຊຍອອກມາປະຕິເສດຂໍ້ກ່າວຫານີ້.

ຫາກການອົບພະຍົບປະຊາຊົນອອກຈາກໂຮງງານເຫຼັກແຫ່ງນີ້ປະສົບຄວາມສຳເລັດ ຈະຖືວ່າເປັນຄວາມກ້າວໜ້າທີ່ສຳຄັນຂອງການປະຕິບັດການດ້ານມະນຸດສະທຳຂອງສົງຄາມໃນຢູເຄຣນລ່ວງເລີຍມາ 10 ອາທິດ, ຫຼັງຈາກທີ່ຄວາມພະຍາຍາມຈັດເສັ້ນທາງອົບພະຍົບອອກຈາກເມືອງອອກຈາກເມືອງມາລິອູໂພລຫຼາຍເທື່ອທີ່ຜ່ານມາປະສົບຄວາມລົ້ມເຫຼວ ໂດຍເຈົ້າໜ້າທີ່ຢູເຄຣນກ່າວຫາທະຫານຣັດເຊຍວ່າ ຍັງຄົງໂຈມຕີໃສ່ເສັ້ນທາງອົບພະຍົບດັ່ງກ່າວ.

ສະຫະປະຊາຊາດ ແລະ ຄະນະກຳມະການກະຊາຊາດລະຫວ່າງປະເທດ ເປັນຜູ້ດູແລພາລະກິດອົບພະຍົບປະຊາຊົນອອກຈາກໂຮງງານອໍຊັອບສະຕານໃນມື້ພັກທ້າຍອາທິດທີ່ຜ່ານມາ ພາຍໃຕ້ຂໍ້ຕົກລົງການຢຸດຍິງຊົ່ວຄາວ ໂດຍເຊື່ອວ່າມີປະຊາຊົນປະມານ 1,000 ຄົນ ຍັງຕິດຢູ່ໃນໂຮງງານຂະໜາດໃຫຍ່ແຫ່ງນີ້ ລວມທັງທະຫານຢູເຄຣນອີກປະມານ 2,000 ຄົນ ທີ່ຫຼົບລີ້ຢູ່ຕາມໂຄງອຸໂມງ ແລະ ເສັ້ນທາງລັບທີ່ສະລັບຊັບຊ້ອນພາຍໃນໂຮງງານເຫຼັກແຫ່ງນີ້ເຊິ່ງຕົກຢູ່ໃນວົງລ້ອມຂອງທະຫານຣັດເຊຍ.

ເມືອງມາລິອູໂພລເປັນໜຶ່ງໃນສະຖານທີ່ ທີ່ຖືກທະຫານຣັດເຊຍໂຈມຕີຢ່າງໜັກຕະຫຼອດຫຼາຍອາທິດ ໂດຍຄາດວ່າຍັງມີປະຊາກອນອາໄສຢູ່ເມືອງແຫ່ງນີ້ປະມານ 100,000 ຄົນ ຈາກທັງໝົດ 400,000 ຄົນ ກ່ອນທີ່ຈະເກີດສົງຄາມປະຊາຊົນຈຳນວນຫຼາຍປະສົບກັບບັນຫາຂາດແຄນອາຫານ, ນ້ຳດື່ມ, ຢາ ແລະ ເຄື່ອງເຮັດຄວາມຮ້ອນ ໃນທ່າມກາງເສດອາຄານທີ່ເສຍຫາຍຈາກການໂຈມຕີຂອງຣັດເຊຍ.

ປະທານາທິບໍດີຢູເຄຣນ ໂວໂລດິເມຍ ເຊເລນສະກີ (Volodymyr Zelenskyy) ກ່າວສະແດງຄວາມຫວັງ ວ່າຈະສາມາດອົບພະຍົບປະຊາຊົນອອກຈາກເມືອງແຫ່ງນີ້ໄດ້ຫຼາຍຂື້ນໃນວັນຈັນ ແລະ ພົນລະເມືອງທີ່ຕິດຄ້າງຢູ່ໃນໂຮງງານເຫຼັກອໍຊັອບສະຕານ ຢ້ານວ່າຈະຖືກນຳຕົວຂຶ້ນລົດເມເພື່ອໄປສົ່ງຢູ່ເມືອງ ເຊິ່ງຢູ່ພາຍໃຕ້ການຄອບຄອງຂອງຣັດເຊຍ ຫຼື ກຸ່ມແບ່ງແຍກດິນແດນ.

ໂດຍປະທານາທິບໍດີຢູເຄຣນ ໄດ້ລາຍງານວ່າ ຍັງມີການໂຈມຕີໃສ່ໂຮງງານເຫຼັກແຫ່ງນັ້ນຢ່າງຕໍ່ເນື່ອງໃນວັນອາທິດ ເຖິງວ່າຈະມີຂໍ້ຕົກລົງຢຸດຍິງຊົ່ວຄາວກໍຕາມ.

ເດນິດສ ຊະເລກາ ຜູ້ບັນຊາການກອງພັນທີ 12 ແຫ່ງກອງກຳລັງເນຊັ່ນແນວ ຂອງຢູດເຄຣນໃຫ້ສຳພາດທາງໂທລະທັດວ່າ: ຍັງມີປະຊາຊົນຫຼາຍຮ້ອຍຄົນ ແລະ ຍັງມີເດັກນ້ອຍອີກຫຼາຍຄົນຕິດຢູ່ໃນຫຼຸມລົບໄພໃນໂຮງງານແຫ່ງນັ້ນ ລວມທັງທະຫານທີ່ໄດ້ຮັບບາດເຈັບເກືອບ 500 ຄົນ ແລະ ຕາຍອີກຈຳນວນຫຼາຍ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...