ກຳມະກອນແບນຊິກ ປະທ້ວງ – ເຜົາລົດ ຕ້ານມາດຕະການຮັດເຂັມຂັດຂອງລັດຖະບານ!

EyWwB5WU57MYnKOuFIyX9nnONIzlhFJ66EANp4c6qt0fLeqC8qADH1

 

ກຳມະກອນ ແລະ ຊາວຜູ້ອອກແຮງງານໃນແບນຊິກ ເດີນປະທ້ວງລັດຖະບານ ເຜົາລົດວອດກາງເມືອງ ຕ້ານ

ມາດຕະການຮັດເຂັມຂັດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພະຈິກນີ້ວ່າ ລົດຍົນທີ່ຈອດຢູ່ຕາມຖະໜົນ ໃຈກາງນະຄອນຫລວງ

ບຣຸກແຊນ ເມືອງຫລວງຂອງແບນຊິກ ຖືກກຸ່ມຜູ້ປະທ້ວງທີ່ຫາກໍຢຸຕິການເດີນຂະບວນປະທ້ວງຄັດຄ້ານມາດ

ຕະການຮັດເຂັມຂັດຂອງລັດຖະບານ ຈູດທຳລາຍຫລາຍຄັນ ເຊິ່ງລວມເຖິງມີການແກ່ວງກ້ອນຫີນ ແລະ ລະເບີດ

ຄັວນໃສ່ເຈົ້າໜ້າທີ່ຕຳຫລວດອີກດ້ວຍ.

 

ເຫດການດັ່ງກ່າວ ສືບເນື່ອງມາຈາກນະໂຍບາຍການຍືດອາຍຸຂອງພະນັກງານລັດ, ຢຸດຈຶ້ງຄ່າແຮງງານ ແລະ ຕັດ

ການບໍລິການສາທາລະນະ ຕາມເປົ້າໝາຍຂອງກອງປະຊຸມສະຫະພາບເອີລົບ ໂດຍອົງການການຄ້າ ໄດ້ພາກັນຢຸດ

ງານເພື່ອເດີນຂະບວນປະທ້ວງຕໍ່ນະໂຍບາຍດັ່ງກ່າວຂອງລັດຖະບານ.

 

ທັງນີ້ ຂະບວນປະທ້ວງດັ່ງກ່າວ ໄດ້ເກີດຂຶ້ນໃນມື້ວານນີ້ (6 ພະຈິກ) ເຊິ່ງນັບເປັນໜຶ່ງໃນການປະທ້ວງຂອງກຳມະ

ກອນ ຄັ້ງໃຫຍ່ທີ່ສຸດຂອງແບນຊິກ ນັບຕັ້ງແຕ່ສິ້ນສຸດສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ ເຊິ່ງເຫດການດັ່ງກ່າວນີ້

ໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 14 ຄົນ.

 

577615-01

NjpUs24nCQKx5e1DGoCxGvIaKZa1iggLB6LZxw52US4