Homeຄວາມງາມຮໍໂມນຜິດປົກກະຕິ ເລື່ອງໃກ້ໂຕທີ່ຫ້າມລະເລີຍ

ຮໍໂມນຜິດປົກກະຕິ ເລື່ອງໃກ້ໂຕທີ່ຫ້າມລະເລີຍ

Published on

28102014195930_Thumb

ຜູ້ຍິງ​ສ່ວນ​ໃຫຍ່​ບໍ່​ມັກ​ໃສ່ໃຈ​ເວລາ​ມີ​ປະຈຳ​ເດືອນ​ເພາະ​ຕ້ອງ​ລະ​ວັງ​ຮອຍ​ເປື້ອນ ຢ້ານ​ກິ່ນ​ອັບ ແລະ ​ເກີດ​ອາການ​ເຈັບໜ່ວງ​ທ້ອງ​ນ້ອຍ ພໍ​ປະຈຳ​ເດືອນ​ບໍ່​ມາ ​ກໍ່ດີ​ໃຈ ຄິດວ່າ​ເປັນ​ເລື່ອງ​ປົກກະຕິ​ແຕ່​ນັ້ນ​ເປັນ​ຄວາມ​ຄິດ​ທີ່​ຜິດ ເພາະ​ຫາກ​ປ່ອຍ​ໄວ້​ດົນ​ອາດ​ນຳ​ໄປ​ສູ່​ພະຍາດ​ມະ​ເຮັງ​ເຍື່ອ​ຫຸ້ມໂພງ​ມົດ​ລູກ

ອາການ​ຜິດ​ປົກກະຕິ​ຂອງ​ປະຈຳ​ເດືອນ

  1. ມາ​ຫລາຍ: ຈົນ​ຕ້ອງ​ປ່ຽນ​ຜ້າ​ອານາໄມ​ຫລາຍກວ່າ​ມື້​ລະ 4 ແຜ່ນ ບາງ​ຄົນ​ມີ​ລິ່ມ​ເລືອດ​ປົນມານໍາ​
  2. ມາ​ໜ້ອຍ: 35 ມື້​ຜ່ານ​ໄປ​ປະຈຳ​ເດືອນ​ຍັງ​ບໍ່​ມາ​ຈັກ​ເທືອ
  3. ມາ​ຢອດ ຫລື ​ມາ​ຖີ່​ເກີນ​ໄປ: ເຊັ່ນ ປະຈຳ​ເດືອນ​ຫາກໍ່​ໝົດ​ໄປ 3 ມື້​ກໍ​ມີ​ຕໍ່​ທັນ​ທີ

ສາ​ເຫດ​ທີ່​ປະຈຳ​ເດືອນ​ມາ​ບໍ່​ປົກກະຕິ

  1. ຖືພາ ລະ​ດັບ​ຮໍ​ໂມນ​ໃນ​ຮ່າງກາຍ​ຈະ​ປ່ຽນ​ແປງ​ໄປ​ຈົນ​ປະຈຳ​ເດືອນ​ຂາດ
  2. ຢາ​ຄຸມ​ກຳ​ເນີດ​ບາງ​ປະ​ເພດ ສົ່ງ​ຜົນ​ຕໍ່​ການ​ປ່ຽນ​ແປງ​ລະ​ດັບ​ຮໍ​ໂມນ​ເພດ​ໃນ​ຮ່າງກາຍ ຈົນ​ກົດ​ການເຮັດວຽກງານ​ຂອງ​ຮວຍໄຂ່
  3. ຄວາມ​ຄຽດ ສົ່ງ​ຜົນ​ໃຫ້​ຮໍ​ໂມນ​ຜິດ​ປົກກະຕິ ເຊັ່ນ ນັກ​ກິລາ​ທີ່​ຕ້ອງ​ຊ້ອມ​ໜັກໆ ນັກ​ສຶກ​ສາ​ທີ່​ກຳ​ລັງ​ກຽມ​ເສັງ
  4. ຮວຍໄຂ່​ເຮັດວຽກ​ຜິດ​ປົກກະຕິ ອາດ​ເກີດ​ຈາກ​ການ​ກິນ​ອາຫານ​ຂີ້ເຫຍື້ອ ອາຫານ​ທີ່​ປົນ​ເປື້ອນ​ສານ​ເລັ່ງ​ການ​ຈະເລີນ​ເຕີບໂຕ​ ອາຫານ​ມັນໆ ອາຫານ​ທີ່​ມີ​ຄໍ​ເລດ​ເຕີ​ລໍ​ສູງ ​ແລະອື່ນໆ

ຮໍໂມນ​ຜິດ​ປົກກະຕິ ຖ້າ​ປ່ອຍ​ໃຫ້​ລະ​ດັບ​ຮໍ​ໂມນ​ເອດ​ໂຊ​ເຈນ​ ແລະ ​ໂພ​ເຈດ​ເທີ​ໂລນ​ ບໍ່​ສົມ​ດຸນ​ກັນ​ໄປ​ເລື່ອຍ​ໆ ຮໍ​ໂມນ​ເພດ​ຍິງ​ຈະ​ປ່ຽນ​ເປັນ​ຮໍໂມນ​ເພດ​ຊາຍ ແລະ ​ອາດ​ເກີດ​ບັນຫາ​ສິວ ໜ້າ​ມັນ ຂົນ​ດົກ​ ແລະ ອື່ນໆ

ການ​ຮັກ​ສາ

  1. ປະຈຳ​ເດືອນ​ຫລາຍ​ເກີນ​ໄປ ການ​ຂູດ​ມົດລູກ​ຈະ​ຊ່ວຍ​ຢຸດ​ເລືອດ​ແຖມ​ແພດ​ຍັງ​ໄດ້​ຊີ້ນ​​ມາ​ກວດ​ນໍາ (ແຕ່​ຖ້າ​ປະຈຳ​ເດືອນ​ມາ​ໜ້ອຍ ແພດ​ຈະ​ໃຊ້​ວິທີ​ດູດ​ຊີ້ນ​​ມາ​ກວດ​ແທນ)
  2. ໄຂ່​ບໍ່​ຕົກ ແພດ​ຈະໃຫ້​ກິນ​ຢາ​ປັບ​ຮໍ​ໂມນ 1 – 2 ເດືອນ ກະຕຸ້ນ​ໃຫ້​ໄຂ່​ຕົກ ຊ່ວຍ​ກໍລະນີ​ມີ​ລູກ​ຍາກ
  3. ຄົົນທີ່​ມີ​ເພດ​ສຳພັນ​ ແລະ ​ບໍ່​ພົບເຫັນ​ການ​ຖືພາ ແພດ​ຈະໃຫ້​ກິນ​ຢາ​ຄຸມ​ກຳ​ເນີດ​ເພື່ອ​ກົດ​ການເຮັດວຽກງານ​ຂອງ​ຮວຍໄຂ່​ຈົນ​ເຮັດໃຫ້​ປະຈຳ​ເດືອນ​ມາ​ປົກກະຕິ
  4. ຊີ້ນປົ່ງ​ຊະນິດ​ບໍ່​ຮ້າຍແຮງ​ການ​ປິ່ນປົວ​ຂຶ້ນ​ຢູ່​ກັບ​ອາການ​ ແລະ ​ຄວາມ​ຕ້ອງ​ການ​ມີ​ລູກ​ຂອງ​ຄົນ​ໄຂ້ ຖ້າ​ບໍ່​ມີ​ອາການ​ຜິດ​ປົກກະຕິ ອາດ​ໃຊ້​ການ​ກວດ​ຕິດ​ຕາມ​ຂະໜາດ​ຂອງ​ຊີ້ນປົ່ງທຸກ​ເດືອນ​ຖ້າ​ພົບ​ຄວາມ​ຜິດ​ປົກກະຕິ​ຈະ​ປິ່ນປົວ​ຕາມ​ອາການ​ ຫລື ​ອາດ​ຕ້ອງ​ຜ່າ​ຕັດ ຂຶ້ນ​ຢູ່​ກັບ​ຄົນ​ໄຂ້​ແຕ່​ລະ​ຄົນ
  5. ຊີ້ນປົ່ງ​ຊະນິດ​ຮ້າຍແຮງ​ຕ້ອງ​ຜ່າ​ຕັດ ​ແລະ ​ຕ້ອງ​ການ​ເວລາ​ພັກ​ຟື້ນ​ ກໍລະນີ​ທີ່​ເຍື່ອ​ຫຸ້ມ​ໂພງ​ມົດລູກ​ໜາ​ຫລາຍ ແຕ່​ບໍ່​ເຖິງ​ກັບ​ເປັນ​ມະ​ເຮັງ ແພດ​ໝໍອາດ​ໃຫ້​ຢາ​ປິ່ນປົວ​ຕາມ​ອາການ ຫລື ​ອາດ​ແນະ​ນຳ​ໃຫ້​ຕັດ​ມົດລູກ ຂຶ້ນ​ຢູ່​ກັບ​ວ່າ​ ຕ້ອງ​ການ​ມີ​ລູກ​ໃນ​ອະນາຄົດ​ຫລື​ບໍ່
  6. ຖ້າ​ພົບ​ສາ​ເຫດ​ຊີ້ນປົ່ງ​ຕັ້ງ​ແຕ່​ເລີ່ມຕົ້ນ ກໍ​ຜ່າ​ຕັດ​ໄດ້​ໂດຍ​ເກັບ​ມົດລູກ ​ແລະ ​ຮວຍໄຂ່​ໄວ້ ແຕ່​ຖ້າ​ປ່ອຍ​ໃຫ້​ຊີ້ນປົ່ງ​ໃຫຍ່​ຂຶ້ນ​ຈົນ​ມີ​ຂະໜາດ 10 ຊັງ​ຕິ​ແມັດ​ຂຶ້ນ​ໄປ ອາດ​ຕ້ອງ​ຕັດ​ມົດລູກ

ຄວາມ​ເຊື່ອ​ຜິດໆ ກ່ຽວກັບ​ປະຈຳ​ເດືອນ

ດື່ມ​ນ້ຳ​ເຢັນ:   ບໍ່​ມີ​ຜົນ​ກະທົບ​ຕໍ່​ປະຈຳ​ເດືອນ​ເພາະ​ຮ່າງກາຍ​ຈະ​ປັບ​ອຸນຫະພູມ​ຂອງ​ນ້ຳ​ໄປ​ຕາມ​ກະ​ບວນ​ການ​ຍ່ອຍ​ອາຫານ ຄວາມ​ເຢັນ​ຂອງ​ນ້ຳ​ຈຶ່ງ​ໄປ​ບໍ່​ຮອດກະເພາະ​ອາຫານ ​ຫລື​ ມົດລູກ

ປະ​ຄົບ​ຮ້ອນ: ຖົງ​ນ້ຳ​ອຸ່ນ​ຫລຸດ​ອາການ​ປວດ​ປະຈຳ​ເດືອນ​ໄດ້ ຊ່ວຍ​ຜ່ອນ​ຄາຍ​ກ້າມ​ຊີ້ນມົດລູກ​ທີ່​ຈັງ​ໂຕ ແຕ່​ຖ້າ​ນ້ຳ​ຮ້ອນ​ຫລາຍ​ເກີນ​ໄປ​ອາດ​ເຮັດໃຫ້​ປະຈຳ​ເດືອນ​ມາ​ຫລາຍກວ່າ​ປົກກະຕິ​ເພາະ​ຄວາມ​ຮ້ອນ​ຈະ​ເຮັດໃຫ້​ເສັ້ນ​ເລືອດ​ຂະຫຍາຍ​ໂຕ

ຄາ​ຖາ​ເອີ້ນປະຈຳ​ເດືອນ

  1. ງົດ ​ຫລື ​ປັບ​ຫລຸດ ຢາສູບ ​ແລະ ​ແອວ​ກໍ​ຮໍ
  2. ງົດ​ອາຫານ​ໄຂ​ມັນ​ສູງ
  3. ພັກ​ຜ່ອນ​ໃຫ້​ພຽງ​ພໍ ເຝິກສະ​ມາ​ທິ ປັບ​ອາລົມ​ໃຫ້​ສົດ​ຊື່ນ
  4. ອອກ​ກຳ​ລັງ​ກາ​ຍຢ່າງສະເໝີ​ຊ່ວຍ​ປິ່ນປົວ​ລະ​ດັບ​ຮໍ​ໂມນ​ໃຫ້​ສົມ​ດຸນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...