spot_img
Homeຂ່າວພາຍ​ໃນລົງມືກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ລົງມືກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

Published on

ໃນວັນທີ 25 ເມສາ 2022 ເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນ ກົງກັບວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 61 ປີ (25 ເມສາ 1961 – 25 ເມສາ 2022) ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ມີພິທີວາງສີລາລືກ ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງ ຕສ, ທ່ານ ຈຽງ ຈ່າຍຕົງ (Jiang Zai Dong) ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ໄຊຊະນະ ສິດທິພອນ, ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ, ບັນດາຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ, ບໍລິສັດຜູ້ຮັບເໝົາໂຄງການ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປະດັບໄຊ ໄຊຍະໂຄດ, ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ຕສ ກ່າວວ່າ: ເພື່ອຜັນຂະຫຍາຍ ແລະ ການໂຄສະນາ ສາຍສຳພັນການພັດທະນາເສດຖະກິດ ແລະ ການຄ້າ ລະຫ່ວາງສອງປະເທດລາວ-ຈີນ, ຈີນ-ລາວ ທັງເປັນການຈັດຕັ້ງປະຕິບັດຕາມແນວຄິດລິເລີ່ມຂອງແນວທາງ “ໜຶ່ງແລວໜຶ່ງເສັ້ນທາງ” ແຫ່ງ ສປ ຈີນ.

ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ດ້ວຍມູນຄ່າສູງສຸດເຖິງ 85,72 ລ້ານຢວນ ຫຼື ປະມານ 150 ຕື້ກວ່າກີບ ຊຶ່ງໄດ້ມີການລິເລີ່ມເກັບກໍາຂໍ້ມູນ ແລະ ສໍາຫຼວດສຶກສາຄວາມເປັນໄປໄດ້ໂດຍ ສະຖາບັນອອກແບບວິສະວະກໍາເອເລັກໂຕຣນິກ ສປ ຈີນ ໃນປີ 2019. ແລະ ໄດ້ອອກແບບກໍ່ສ້າງສູນຝຶກອົບຮົມດ້ານໄອຊີທີ 5 ຊັ້ນ ຈຳນວນ 1 ຫຼັງ ໂດຍມີເນື້ອທີ່ໃຊ້ສອຍທັງໝົດ 5.524,56 ຕາແມັດ ປະກອບດ້ວຍຫ້ອງຮຽນທຳມະດາ, ຫ້ອງຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະຊຸມໃຫຍ່ ເປັນຕົ້ນ. ໃນອາຄານແມ່ນຈະປະກອບດ້ວຍອຸປະກອນການຮຽນ-ການສອນ ທີ່ຈຳເປັນ, ອຸປະກອນຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກໃນການສອບເສັງ. ພາຍຫຼັງໂຄງການລິເລີ່ມການກໍ່ສ້າງ, ຄູອາຈານ ແລະ ນັກສຶກສາ ຈໍານວນ 312 ຄົນ ຈະໄດ້ຮັບການຝຶກອົບຮົມ ແລະ ສອບເສັງວັດລະດັບໃນ 4 ຫຼັກສູດ ເພື່ອກຽມພ້ອມຮອງຮັບໃນການເປີດສູນ. ໃນນັ້ນ, ຜູ້ບໍລິຫານລະດັບສູງ ຈຳນວນ 20 ທ່ານ ແມ່ນຈະໄດ້ຮັບເຊີນເຂົ້າຮ່ວມການຝຶກອົບຮົມ “ຜູ້ບໍລິຫານຂັ້ນສູງ” ທີ່ ສປ ຈີນ ເປັນເວລາ 5 ວັນ ອີກດ້ວຍ.

ຊຶ່ງໂຄງການດັ່ງກ່າວນີ້, ຈະເປັນພື້ນຖານໂຄງລ່າງທີ່ສຳຄັນສຳລັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກໍ່ຄື ຂະແໜງການເຕັກໂນໂລຊີ ແລະ ການສື່ສານຂອງ ສປປ ລາວ ທີ່ຈະການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້-ຄວາມສາມາດດ້ານໄອຊີທີ ເພື່ອປະກອບສ່ວນເຂົ້າໃນວຽກງານການຫັນເປັນເສດຖະກິດ ດິຈິຕອນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ໃນພິທີ, ທ່ານ ຈຽງ ຈ່າຍຕົງ (Jiang Zai Dong) ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄືປະຊາຊົນຈີນ ກ່າວມອບໂຄງການ ແລະ ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ຕສ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ກໍຄືປະຊາຊົນລາວ ກ່າວຮັບເອົາໂຄງການຊ່ວຍເຫຼືອໃນຄັ້ງນີ້ ແລະ ໄດ້ຖືໂອກາດດັ່ງກ່າວສະແດງຄວາມຂອບໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວ. ພ້ອມທັງໄດ້ຮ່ວມກັນຊວ້ານດິນໃສ່ສີລາລຶກ ເພື່ອປະກາດການກໍ່ສ້າງໂຄງການຢ່າງເປັນທາງການ.
Cr: ກະຊວງ ຕສ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...