Homeຂ່າວຕ່າງປະເທດສ.ອາເມລິກາ ເລັ່ງຄວບຄຸມໄຟປ່າໄໝ້ເຮືອນປະຊາຊົນ 200 ກວ່າຫລັງ

ສ.ອາເມລິກາ ເລັ່ງຄວບຄຸມໄຟປ່າໄໝ້ເຮືອນປະຊາຊົນ 200 ກວ່າຫລັງ

Published on

ອີງຕາມການລາຍງານຈາກສຳນັກຂ່າວ ​ສ.ອາ​ເມ​ລິ​ກາລາຍງານວ່າ: ໃນວັນ​ທີ 24 ​ເມສາ​ນີ້ ສ.ອາ​ເມ​ລິ​ກາ ​ເລັ່ງຄວບ​ຄຸມ​ໄຟ​ປ່າ ທີ່​ໄໝ້​ເຮືອນ ​ປະຊາຊົນ 200​ ກວ່າຫ​ລັງ ​ເນື່ອງ​ຈາກ​ ມີ​ລົມ​ພັດ​ແຮງ 121 ກິ​ໂລ​ແມັດ ​ຕໍ່​ຊົ່ວ​​ໂມງ ບໍລິ​ເວນ​ ທາງພາກ​ເໜືອ ຂອງ​ລັດ ນີວ​ເມັກ​ຊິ​ໂກ ​ເຮັດ​ໃຫ້​ປະຊາຊົນ ຫລາຍ​ພັນ​ຄົນ ຕ້ອງ​ຍົກຍ້າຍ​ ອອກຈາກ​ເຮືອນ​ ເທິງ​ພູ ​ໄປ​ຢູ່​ ສະຖານ​ທີ່ ​ປອດ​ໄພ​ແລ້ວ ຫລັງ​ຈາກ​ເຂດ​ນີ້ ​ເກີດ​ໄພ​ແຫ້ງ​ແລ້ງ​ ເປັນ​ເວລາ ​ຫລາຍ​ປີ ຜ່ານມາ.

ຂະນະ​ທີ່ ​ໄຟ​ປ່າ ຢູ່​ຫ່າງ​ຈາກ ​ເມືອງ​ທາວ​ສ ​ໄປ​ທາງ​ຕາ​ເວັນ​ຕົກ ປະມານ 56 ກິ​ໂລ​ແມັດ ຂະຫຍາຍຕົວ ​ເປັນ 2​ເທົ່າ ​ແລະ ກາຍ​ເປັນ ​ໄຟ​ປ່າ ຂະໜາ​ດ​ໃຫຍ່ ທີ່​ສຸດ​ໃນ ສ.ອາ​ເມ​ລິ​ກາ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ.

ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ...

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350,...

ຄະນະຜູ້ແທນລາວ ຮ່ວມພິທີວາງພວງມາລາ-ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ

ໃນວັນທີ 27 ມິຖຸນາ 2026 ທີ່ ບາງກອກ, ປະເທດໄທ, ໂດຍໄດ້ຮັບການມອບໝາຍຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...